ຫວຽດນາມ - ຈີນ ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ

ຫວຽດນາມ - ຈີນ ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ - ảnh 1
(ພົນ​ໂທ ​ໂດ້ບ໋າ​ຕິ້, ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ)

(vovworld) – ຕອນ​ບ່າຍ​ວັນ​ທີ 27/11, ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພົນ​ໂທ ​ໂດ້ບ໋າ​ຕິ້, ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ, ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ໃຫ້ການ​ຕ້ອນຮັບ ພົນ​ຈັດຕະວາ ​ແຊວຢິງ​ໂຫງ, ຜູ້​ບັນຊາ​ການທະຫານເຂດ​ກວາງຊີ ທະຫານປົດ​ປ່ອຍປະ​ຊາ​ຊົາຈີນ ​ເນື່ອງ​​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ພົນ​ໂທ ​ໂດ້ບ໋າ​ຕິ້ ​ເນັ້ນ​ໜັກ​ວ່າ: ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ແຮງ​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ​ໄດ້​ຮັບ​ກາ​ນຊຸກຍູ້​ຢ່າງ​ບໍ່​ຢຸດ​ຢັ້ງ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ. ພົນ​ໂທ ​ໂດ້ບ໋າ​ຕິ້ ປາດ​ຖະໜາ​ວ່າ ການ​ພົວພັນ​ມິດຕະພາບທີ່​ເປັນມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ຈະສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ​ຍູ້​​ແຮງ.

        ພົນ​ຈັດຕະວາ ​ແຊວຢິງ​ໂຫງ ສະ​ແດງ​ວ່າ: ຈີນ ຖື​ເປັນ​ສຳຄັນ​ການ​ພົວພັນມິດຕະພາບ​​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​​ຫວຽດນາມ ​ແລະ ຈີນ ​ແລະ​ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ - ຫວຽດນາມ ຈະ​ສ້າງ​ຕັ້ງ​ໂທລະສັບ​ສາຍ​ດ່ວນ ​ແລະ ມີ​ກົນ​ໄກ​ສະດວກ​ກວ່າ​ອີກ​ໃນ​ການ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທະຫານປ້ອງ​ກັນ​​ເຂດຊາຍ​ແດນ 2 ປະ​ເທດ​, ປະກອບສ່ວນ​ສ້າງ​ກົນ​ໄກ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ຫວຽດນາມ - ຈີນ ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ