ຫວຽດນາມ ຈະຈັດ​ຕັ້ງ​ການສໍາຫຼວດເສດຖະກິດ​ຄັ້ງ​ໃຫຍ່ ​ໃນປີ 2021

(VOVWORLD) -        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ລົງນາມໃນຂໍ້ຕົກລົງວ່າດ້ວຍການຈັດຕັ້ງການສໍາຫຼວດເສດຖະກິດຄັ້ງໃຫຍ່ໃນປີ 2021.
ຫວຽດນາມ ຈະຈັດ​ຕັ້ງ​ການສໍາຫຼວດເສດຖະກິດ​ຄັ້ງ​ໃຫຍ່ ​ໃນປີ 2021 - ảnh 1(ພາບປະກອບ:tapchitaichinh.vn)

 ຕາມຂໍ້ຕົກລົງສະບັບດັ່ງກ່າວແລ້ວ, ຫວຽດນາມ ຈະດໍາເນີນການສໍາຫຼວດເສດຖະກິດຄັ້ງໃຫຍ່ໃນຂອບເຂດທົ່ວປະເທດໃນປີ 2021 ເພື່ອແນໃສ່ເກັບກໍາຂໍ້ມູນພື້ນຖານກ່ຽວກັບບັນດາຫົວໜ່ວຍຜະລິດ, ດໍາເນີນທຸລະກິດ, ອົງການພັກ, ອົງການຈັດຕັ້ງມະຫາຊົນ, ສະຫະສະມາຄົມ... ແນໃສ່ຮັບໃຊ້ໃຫ້ແກ່ການຕີລາຄາສະພາບການຕົວຈິງ ແລະ ທ່າອ່ຽງພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດຢ່າງຮອບດ້ານ, ເປັນພື້ນຖານເພື່ອຕີລາຄາສະພາບການ, ສ້າງແຜນການ, ນະໂຍບາຍພັດທະນາເສດຖະກິດ - ສັງຄົມຂອງພັກ ແລະ ລັດ. 

ຕອບກັບ

ຂ່າວ/ບົດ​ອື່ນ