ຫວຽດ​ນາມ ຈະ​ປະ​ກາດ​ໃຊ້​ຊຸດມາດ​ຖານ​ກ່ຽວ​ກັບ​ ປ​າດ​ສະ​ປໍ​ວັກ​ຊິນ ເພື່ອ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ

(VOVWORLD) -ກະຊວງການຕ່າງປະເທດຫວຽດນາມ ໄດ້ສະໜອງຂໍ້ມູນຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງ ປາດສະປໍ ວັກຊິນ ແລະ ແຜນການເປີດປະຕູພື້ນຖານເສດຖະກິດ, ດຶງດູດແຂກທ່ອງທ່ຽວສາກົນໃນໄລຍະຈະມາເຖິງຂອງ ຫວຽດນາມ.
ຫວຽດ​ນາມ ຈະ​ປະ​ກາດ​ໃຊ້​ຊຸດມາດ​ຖານ​ກ່ຽວ​ກັບ​ ປ​າດ​ສະ​ປໍ​ວັກ​ຊິນ ເພື່ອ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ - ảnh 1ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ (ພາບ: ກະຊວງການຕ່າງປະເທດ) 

ໃນການຖະແຫຼງຂ່າວນັດສາມັນ ເຊິ່ງຖືກດຳເນີນໃນຕອນບ່າຍວັນທີ 7 ຕຸລາ ຕາມຮູບການທາງໄກ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດຫວຽດນາມ ໄດ້ສະໜອງຂໍ້ມູນຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງ ປາດສະປໍ ວັກຊິນ ແລະ ແຜນການເປີດປະຕູພື້ນຖານເສດຖະກິດ, ດຶງດູດແຂກທ່ອງທ່ຽວສາກົນໃນໄລຍະຈະມາເຖິງຂອງ ຫວຽດນາມ. ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ໜຶ່ງໃນບັນດາເນື້ອໃນສຳຄັນຂອງຊຸດມາດຖານກ່ຽວກັບ ປາດສະປໍວັກຊິນ ແມ່ນຊະນິດວັກຊິນທີ່ໄດ້ຮັບການຮັບຮອງ ເມື່ອແຂກທ່ອງທ່ຽວເຂົ້າເມືອງ ຫວຽດນາມ.

        “ຫວຽດນາມ ໄດ້ຮັບຮອງເອົາວັກຊິນຊະນິດຕ່າງໆ ເຊິ່ງ ອົງການ WHO, ສູນຄວບຄຸມໂລກລະບາດ ອາເມລິກາ, ອົງການຄຸ້ມຄອງການຢາເອີຣົບ ຫຼື ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ອະນຸຍາດໂດຍດ່ວນ. ໄປຄຽງຄູ່ກັນນັ້ນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກໍໄດ້ສົມທົບກັບອົງການກ່ຽວຂ້ອງ ຄົ້ນຄວ້າການສ້າງແຜນການທົດລອງການຕ້ອນຮັບແຂກທ່ອງທ່ຽວທີ່ໄດ້ຮັບການສັກວັກຊິນ ມາທ່ຽວຢູ່ ຫວຽດນາມ, ໃນຕໍ່ໜ້າແມ່ນຈະຜັນຂະຫຍາຍການທົດລອງຢູ່ ຝູກວັກ ໃນໄວໆນີ້”

ຕອບກັບ

ຂ່າວ/ບົດ​ອື່ນ