ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫງວຽນ​ທ້ຽນ​ເຍິນ
ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Kishida Fumio
(ພາບ: chinhphu.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 25/5, ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໂດຍ​ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫງວຽນ​ທ້ຽນ​ເຍິນ ນຳ​ໜ້າ ​ໄດ້​ເດີນທາງ​ອອກ​ຈາກ​ໂຕ​ກຽວ ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ​ໃນ​ລະຫວ່າງ​ວັນ​ທີ 22-25/5. ກ່ອນ​ໜ້າ​ນັ້ນ​ຄື​ວັນ​ທີ 24/5, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫງວຽນ​ທ້ຽນ​ເຍິນ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Kishida Fumio, ທ່ານ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ Tamura Norihisa  ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ, ວັດທະນະທຳ, ທ່ອງ​ທ່ຽວ, ກິລາ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ Shimomura Hakubun. ​ໃນ​ການ​ພົບ​ປະ​ເຫຼົ່າ​ນັ້ນ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫງວຽນ​ທ້ຽນ​ເຍິນ ​ໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍ ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ເພື່ອ​ນຳ​ການ​ພົວພັນ​ສອງ​ຝ່າຍ​ໃຫ້​ສືບ​ຕໍ່​ພັດທະນາ​ຢ່າງຮອບດ້ານ ​ແລະ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ວິທະຍາສາດ​ເຕັກນິກ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫງວຽນ​ທ້ຽນ​ເຍິນ ກໍ່​ສະ​ເໜີ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ, ລາຍການ​ຮ່ວມ​ມື​ຢ່າງ​ລະອຽດ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫງວຽນ​ທ້ຽນ​ເຍິນ ກໍ່​ສະ​ເໜີ​ຝ່າຍ​ຍີ່ປຸ່ນ ສະໜັບສະໜູນ​ຫວຽດນາມ ກໍ່ສ້າງ ​ແລະ ຍົກ​ກຳລັງ​ຄວາມ​ສາມາດ​ຂຸດ​ຄົ້ນ​ຢູ່​ບັນດາ​ທ່າ​ທະ​ເລ​ຢູ່​ຫວຽດນາມ, ປະກອບສ່ວນ​ເຮັດ​ໃຫ້​ເຂດ​ທະ​ເລ​ອາຊີ ກາຍ​ເປັນ​ເຂດ​ທະ​ເລ​ສັນຕິພາບ, ຮັບປະກັນ​ເດີນ​ທະ​ເລ​ຢ່າງ​ປອດ​ໄພ.

ຝ່າຍ​ຍີ່ປຸ່ນ​ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ, ​ແລະ ຢາກ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ແທ້​ຈິງ, ພ້ອມ​ທັງ​ໝັ້ນ​ໝາຍ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ​ຢ່າງ​ຕັ້ງໜ້າ ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ ຜ່ານ​ການ​ສະໜອງ​ທຶນ ODA.

ຂ່າວ/ບົດ​ອື່ນ