ຫວຽດນາມ - ຍີ່ປຸ່ນ ເຫັນດີເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ

(VOVWORLD) -ໃນລະຫວ່າງວັນທີ 04 – 06/05, ທ່ານປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori ແລະ ພັນລະຍາ ໄດ້ປະຕິບັດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ. 

ຫວຽດນາມ - ຍີ່ປຸ່ນ ເຫັນດີເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນທ່ານປະທານສະພາຕ່ຳ ຍີ່ປຸ່ນOshima Tadamori

ພາບ:Vnplus

ວັນທີ 04/05 ພາຍຫລັງພິທີຕ້ອນຮັບຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ເຈລະຈາກັບ ທ່ານປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori. ທີ່ການເຈລະຈາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢືນຢັນວ່າ ຫວຽດນາມ ຖືເລື່ອງເພີ່ມທະວີການພົວພັນກັບ ຍີ່ປຸ່ນ ແມ່ນໜຶ່ງໃນບັນດາບຸລິມະສິດຕົ້ນຕໍໃນນະໂຍບາຍພົວພັນຕ່າງປະເທດຂອງຕົນ. ກ່ຽວກັບການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ, 2 ຝ່າຍປາດຖະໜາວ່າ: ຜ່ານ ການພົວພັນທາງການທູດ ລະຫວ່າງລັດຖະສະພາ, ຄວນຮັກສາບັນດາການຢ້ຽມຢາມ, ພົບປະຂັ້ນສູງລະຫວ່າງການນຳອົງການນິຕິບັນຍັດ 2 ປະເທດເປັນປະຈຳປີ; ເພີ່ມທະວີການຮ່ວມມື, ເຈລະຈາ, ແລກປ່ຽນຄຳເຫັນ ແລະ ແບ່ງປັນບົດຮຽນລະຫວ່າງບັນດາອົງການຂອງສະພາແຫ່ງຊາດ. ຝ່າຍ ຍີ່ປຸ່ນ ຢືນຢັນວ່າ ສະພາຕ່ຳ ຍີ່ປຸ່ນ ຍາມໃດກໍ່ສະໜັບສະໜູນເລື່ອງຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງກ່ຽວກັບເສດຖະກິດລະຫວ່າງ 2 ປະເທດ. ແລກປ່ຽນກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, 2 ຝ່າຍກໍ່ເຫັນດີເປັນເອກະພາບຊຸກຍູ້ຄວາມມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີໃນການເດີນທະເລ ແລະ ການບິນ.

        ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເຊື້ອເຊີນຄະນະຜູ້ແທນຂອງສະພາແຫ່ງຊາດ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມຫົວເລື່ອງສະເພາະ IPU ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໂດຍສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ໃນເດືອນ 5 ນີ້.

 

 

ຕອບກັບ

ຂ່າວ/ບົດ​ອື່ນ