(vovworld) - ວັນທີ 25/10, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ສື່ສານກ່ຽວກັບວິທະຍາສາດເຕັກໂນໂລຊີຍີ່ປຸ່ນ: ເຊື່ອມຕໍ່ປະຊາຄົມວິທະຍາສາດ ແລະ ສັງຄົມ”, ປະກອບສ່ວນຍົກສູງຄຸນນະພາບການເຄື່ອນໄຫວສື່ສານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ແກ່ຫວຽດນາມ ຜ່ານບັນດາບົດຮຽນພຶດຕິກຳຕົວຈິງກ່ຽວກັບການປ່ຽນໃໝ່ສື່ສານວິທະຍາສາດເຕັກໂນໂລຊີຂອງຍີ່ປຸ່ນ. ນະທີ່ນີ້, ທ່ານລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ Nghiem Vu Khai ຖືວ່າ ຄຽງຂ້າງການໂຄສະນາກ່ຽວກັບແຜນນະໂຍບາຍ, ແນວທາງ, ນະໂຍບາຍພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຂອງພັກ ແລະ ລັດ, ສ່ືສານຍັງມີໜ້າທີ່ລະດົມກຳລັງໃຈ, ໂຄສະນາໜ້າທີ່ຮັບຜິດຊອບຂອງວິທະຍາສາດທີ່ມີຕໍ່ປະເທດຊາດ. ກອງປະຊຸມສຳມະນາແມ່ນໂອກາດເພື່ອໃຫ້ວົງການນັກວິທະຍາສາດຫວຽດນາມ ຮໍ່າຮຽນເອົາວິທີປ່ຽນໃໝ່ການເຄື່ອນໄຫວສື່ສານວິທະຍາສາດເຕັກໂນໂລຊີຂອງຍີ່ປຸ່ນ, ຜ່ານນັ້ນຍົກສູງຄຸນນະພາບການເຄື່ອນໄຫວສື່ສານໃນຂົງເຂດດັ່ງກ່າວຢູ່ຫວຽດນາມ.