ຫວຽດ​ນາມ ຕີ​ລາ​ຄາ​ສູງ​ບັນ​ດາການຜັນ​ແປ​ຢ່າງ​ຕັ້ງ​ໜ້າ​ຢູ່ ຊູດັງໃຕ້

(VOVWORLD) -ໃນວັນທີ 16 ກັນຍາ ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມຜ່ານທາງອອນລາຍກ່ຽວກັບສະພາບການຢູ່ ຊູດັງໃຕ້ ແລະ ການເຄື່ອນໄຫວຂອງຄະນະປະຕິບັດງານຮັກສາສັນຕິພາບຢູ່ປະເທດນີ້ (UNMISS). ທີ່ກອງປະຊຸມ, ຫວຽດນາມ ໄດ້ຕີລາຄາສູງບັນດາການຜັນແປຢ່າງຕັ້ງໜ້າຢູ່ ຊູດັງໃຕ້ ໃນໄລຍະຜ່ານມາ.
ຫວຽດ​ນາມ ຕີ​ລາ​ຄາ​ສູງ​ບັນ​ດາການຜັນ​ແປ​ຢ່າງ​ຕັ້ງ​ໜ້າ​ຢູ່ ຊູດັງໃຕ້ - ảnh 1 ກອງປະຊຸມຜ່ານທາງອອນລາຍກ່ຽວກັບສະພາບການຢູ່ ຊູດັງໃຕ້ ແລະ ການເຄື່ອນໄຫວຂອງຄະນະປະຕິບັດງານຮັກສາສັນຕິພາບຢູ່ປະເທດນີ້ (ພາບ: VOV)


ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ຕີລາຄາສູງບັນດາຜັນແປຢ່າງຕັ້ງໜ້າຢູ່ ຊູດັງໃຕ້ ນັບແຕ່ລັດຖະບານປ່ຽນຜ່ານໄດ້ສ້າງຕັ້ງກໍ່ຄືບົດບາດໄກ່ເກ່ຍຄວາມປອງດອງຂອງລັດຖະບານ ຊູດັງໃຕ້ ໃນວິວັດການສັນຕິພາບຢູ່ປະເທດບ້ານໃກ້ເຮືອນຄຽງ ຊູດັງ; ທ່ານ ດັ້ງດິ່ງກຸ໊ຍ ເນັ້ນໜັກເຖິງຄວາມມານະພະຍາຍາມຂອງລັດຖະບານເປັນໜ້າຊື່ນຊົມທີ່ສຸດໃນສະພາບການ ຊູດັງໃຕ້ ພວມປະສົບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19, ສະພາບການນ້ຳຖ້ວມ ແລະ ຂາດສະບຽງອາຫານ. ທ່ານ ດັ້ງດິ່ງກຸ໊ຍ ຮັບຮູ້ວ່າ ຂໍ້ຕົກລົງຢຸດຍິງໄດ້ປະຕິບັດພຶ້ນຖານ ແລະ ຮຽກຮ້ອງໃຫ້ລັດຖະບານດຳເນີນບັນດາມາດຕະການຢ່າງມີປະສິດທີິຜົນແນໃສ່ແກ້ໄຂສະພາບການໃຊ້ຄວາມຮຸນແຮງລະຫວ່າງບັນດາປະຊາຄົມ; ທ່ານ ດັ້ງດິ່ງກຸ໊ຍ ກໍ່ເນັ້ນໜັກເຖິງ ລະດັບຄວາມສຳຄັນຂອງການຊຸກຍູ້ວິວັດການປ່ຽນຜ່ານ ແລະ ການປະຕິບັດຂໍ້ຕົກລົງສັນຕິພາບຢ່າງຄົບຖ້ວນເພື່ອມຸ່ງໄປເຖິງການກວດກາຄືນໃໝ່ກົນໄກລົງໂທດຂອງ ສະພາຄວາມໝັ້ນຄົງໃນເດືອນທັນວາຈະມາເຖິງ ແລະ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າການເຄື່ອນໄຫວຂອງ UNMISS.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ