ຫວຽດນາມ ຕອບສະໜອງວັນສາກົນເຮັດອະນາໄມຝັ່ງທະເລໃຫ້ສະອາດ

(VOVWORLD) - ເພື່ອຕອບສະໜອງວັນສາກົນເຮັດອະນາໄມຝັ່ງທະເລໃຫ້ສະອາດປີ 2018, ຕອນເຊົ້າວັນທີ 29 ກັນຍາ, ທີ່ເຂດຝັ່ງທະເລ ບາຍເຈື໊ອກ, ນະຄອນ ຫວູງເຕົາ, ແຂວງ ບາເຣຍ - ຫວູງເຕົາ, 
ຫວຽດນາມ ຕອບສະໜອງວັນສາກົນເຮັດອະນາໄມຝັ່ງທະເລໃຫ້ສະອາດ - ảnh 1 (ພາບປະກອບ)

ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ພາລະກອນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນໃນບໍລິເວນນະຄອນ ເກືອບ 500 ຄົນ ໄດ້ພາກັນຍ່າງໄປເກັບກວາດຂີ້ເຫຍື່ອຢູ່ຕາມຫາດຊາຍທະເລ. ການເຄື່ອນໄຫວດັ່ງກ່າວ ແນໃສ່ຮຽກຮ້ອງວົງຄະນະຍາດບໍ່ຖີ້ມຂີ້ເຫຍື່ອຊະຊາຍເມື່ອໄປທ່ອງທ່ຽວຢູ່ບັນດາຫາດຊາຍທະເລ, ຈຳກັດການນຳໃຊ້ຖົງຢາງນີລົງ ແລະ ບັນດາຜະລິດຕະພັນເຮັດດ້ວຍຢາງໃນແຕ່ລະວັນ…ທ້າວ ເລກວາງອານ ນັກສຶກສາມະຫາວິທະຍາໄລ ບາເຣຍ - ຫວູງເຕົາ ເຂົ້າຮ່ວມການເກັບກວາດຂີ້ເຫຍື່ອຢູ່ຫາດຊາຍທະເລແບ່ງປັນວ່າ:

       “ຢູ່ ຫວຽດນາມ ຂີ້ເຫຍື່ອຢູ່ຕາມຫາດຊາຍທະເລຍັງຫລາຍ, ດັ່ງນັ້ນ ທຸກໆຄົນຕ້ອງຮັກສາຝັ່ງທະເລໃຫ້ເປັນສີຂຽວ, ມີຄວາມສະອາດ, ສວຍງາມ, ຫາດຊາຍທະເລສະອາດ ຈະສ້າງບັນຍາກາດຂຽວໃຫ້ແກ່ພວກເຮົາໄດ້ຜ່ອນຄາຍ, ປະກອບສ່ວນໃຫ້ທຸກຄົນຮັກສາສຸຂະພາບ, ຮັກສາລະບົບຊີວະພາບ ແລະ ຝັ່ງທະເລໃຫ້ສະອາດກ່ວາ .

       ເພື່ອຕອບສະໜອງວັນສາກົນເຮັດອະນາໄມຝັ່ງທະເລໃຫ້ສະອາດ, ຢູ່ ຫວຽດນາມ, ການເຄື່ອນໄຫວນີ້ ໄດ້ດຳເນີນໄປຢູ່ 28 ແຂວງ, ນະຄອນແຄມມີທະເລໃນທົ່ວປະເທດ, ແນໃສ່ຮຽກຮ້ອງໃຫ້ທຸກຄົນຈົ່ງເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ