ຫວຽດນາມ ຕອບສະໜອງສັບປະດາລ້ຽງລູກດ້ວຍນ້ຳນົມແມ່ ແລະ ເດືອນເບິ່ງແຍງດູແລແມ່ ແລະ ເດັກ

(VOVWORLD) - ວັນບຸນມີການເຄື່ອນໄຫວຕ່າງໆຄື: ການໂອ້ລົມສົນທະນາ, ງານຕະຫຼາດນັດ, ການໃຫ້ຄຳປຶກສາສຸຂະພາບ ແລະ ການບັນເທິງໃຫ້ແກ່ແມ່ ແລະ ເດັກ. ທີ່ວັນບຸນ, ຍັງໄດ້ດຳເນີນງານວາງສະແດງ “ນົມແມ່ - ຄວາມຮັກແພງ”. 
ຫວຽດນາມ ຕອບສະໜອງສັບປະດາລ້ຽງລູກດ້ວຍນ້ຳນົມແມ່ ແລະ ເດືອນເບິ່ງແຍງດູແລແມ່ ແລະ ເດັກ - ảnh 1 ພາບປະກອບ

ວັນທີ 19 ສິງຫາ, ຢູ່ຫໍພິພິທະພັນແມ່ຍິງ ຫວຽດນາມ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດຕັ້ງ “ວັນບຸນເບິ່ງແຍງດູແລແມ່ ແລະ ເດັກ”, ຕອບສະໜອງສັບປະດາລ້ຽງລູກດ້ວຍນຳ້ນົມແມ່ ແລະ ເດືອນເບິ່ງແຍງດູແລແມ່ ແລະ ເດັກ. ວັນບຸນມີການເຄື່ອນໄຫວຕ່າງໆຄື: ການໂອ້ລົມສົນທະນາ, ງານຕະຫຼາດນັດ, ການໃຫ້ຄຳປຶກສາສຸຂະພາບ ແລະ ການບັນເທິງໃຫ້ແກ່ແມ່ ແລະ ເດັກ. ທີ່ວັນບຸນ, ຍັງໄດ້ດຳເນີນງານວາງສະແດງ “ນົມແມ່ - ຄວາມຮັກແພງ”. ຜ່ານຮູບຖ່າຍນັບຮ້ອຍແຜ່ນທີ່ງານວາງສະແດງ ໄດ້ສົ່ງສານໃຫ້ຜູ້ຊົມວ່າ “ນ້ຳນົມຂອງແມ່ແມ່ນຂອງຂວັນທີ່ລ້ຳຄ່າຂອງມະນຸດ, ແຫຼ່ງສານບຳລຸງລ້ຳຄ່າຂອງເດັກນ້ອຍ. ກິນນົມແມ່ແມ່ນສິດຂອງເດັກນ້ອຍ.” ໄປຄຽງຄູ່ກັນນັ້ນ, ການໂອ້ລົມສົນທະນາ “ສ້າງສະພາບແວດລ້ອມທີ່ສະດວກໃຫ້ການເບິ່ງແຍງດູແລແມ່ ແລະ ເດັກຫຼັງການເກີດ” ໄດ້ນຳມາໃຫ້ບັນດາຄວາມຮູ້, ບົດຮຽນ ກ່ຽວກັບສານບຳລຸງເພື່ອລ້ຽງລູກໃຫ້ແຂງແຮງ, ເບິ່ງແຍງດູແລແມ່ກ່ອນ ແລະ ຫຼັງການເກີດ. 

ຕອບກັບ

ຂ່າວ/ບົດ​ອື່ນ