ຫວຽດ​ນາມ ປະ​ກາດ​ໃຊ້​ມາດ​ຖານ​ຄອບຄົວ​ທຸກ​ຍາກ​ລະ​ດັບ​ຊາດ ໄລ​ຍະ 2021 – 2025

(VOVWORLD) -ໃນໄລຍະ 2021 – 2025, ອັດຕາຄອບຄົວທຸກຍາກ ຢູ່ຫວຽດນາມ ຢູ່ໃນລະດັບ 10,83% ແລະ ອັດຕາຄອບຄົວໃກ້ຈະທຸກຍາກແມ່ນ 5,77%.
ຫວຽດ​ນາມ ປະ​ກາດ​ໃຊ້​ມາດ​ຖານ​ຄອບຄົວ​ທຸກ​ຍາກ​ລະ​ດັບ​ຊາດ ໄລ​ຍະ 2021 – 2025 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍຕົກລົງປະກາດໃຊ້ມາດຖານຄອບຄົວທຸກຍາກສະບັບໃໝ່ ໃຫ້ແກ່ໄລຍະ 2021 – 2025 ໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສ້າງຂຶ້ນ. ຕາມນັ້ນແລ້ວ, ລວມມີສອງມາດຖານຄື ທີໜຶ່ງແມ່ນມາດຖານກ່ຽວກັບລາຍຮັບ ແລະ ທີສອງແມ່ນມາດຖານກ່ຽວກັບລະດັບຂາດເຂີນການບໍລິການໃນສັງຄົມໂດຍພື້ນຖານ. ລະອຽດ, ໃນໄລຍະ 2021 – 2025, ອັດຕາຄອບຄົວທຸກຍາກ ຢູ່ຫວຽດນາມ ຢູ່ໃນລະດັບ 10,83% ແລະ ອັດຕາຄອບຄົວໃກ້ຈະທຸກຍາກແມ່ນ 5,77%. ເພື່ອປະຕິບັດວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີກະຊວງ ແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອັກຢຸງ ຖືວ່າ:

“ບັນຫາຕົ້ນຕໍແມ່ນຕ້ອງບັນລຸການເຕີບໂຕເສດຖະກິດເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ. ທີສອງແມ່ນ, ທ້ອງຖິ່ນຕ່າງໆຄວນ ຈັດແບ່ງຈຳນວນຜູ້ບໍ່ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ຍ້ອນເປັນຄົນພິການ, ອາຍຸສູງ, ຢູ່ໂດດດ່ຽວ, ບໍ່ມີບ່ອນອາໄສ ອອກຕ່າງຫາກ ເພື່ອຊົມໃຊ້ລະບອບນະໂຍບາຍອຸປະກະລະສັງຄົມ. ລັດຖະບານ ຫວຽດນາມ ຈະປັບປຸງດຳລັດເລກທີ 136/2013 ໂດຍໄວ ເພື່ອຍົກລະດັບໜູນຊ່ວຍຂຶ້ນເທື່ອລະກ້າວ. ທີສາມແມ່ນ, ຕ້ອງຜັນຂະຫຍາຍໂຄງການ ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ ເຂດທີ່ມີເສດຖະກິດຮັ່ງມີ, ຄົນຮັ່ງມີໄປຊ່ວຍເຫຼືອເຂດເສດຖະກິດທຸກຍາກ ແລະ ຄົນທຸກຍາກ”.


ຕອບກັບ

ຂ່າວ/ບົດ​ອື່ນ