ຫວຽດນາມ ປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາສູບຢ່າງເຂັ້ມງວດ.

(VOVWORLD) - ວັນທີ 28 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ໄດ້ຈັດຕັ້ງພິທີໂຮມຊຸມນຸມມິດຕິ້ງຕອບສະໜອງ ວັນໂລກປອດຢາສູບ 31 ພຶດສະພາ ແລະ ສັບປະດາປະເທດຊາດປອດຢາສູບ ແຕ່ວັນທີ 25-31 ພຶດສະພາ
ຫວຽດນາມ ປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາສູບຢ່າງເຂັ້ມງວດ. - ảnh 1 (ພາບປະກອບ)

ກ່ຽວກັບຫົວຂໍ້ “ນຳໃຊ້ຢາສູບ-ໄພນາບຂູ່ການພັດທະນາແບບຍືນຍົງຂອງບັນດາປະເທດ” .ກ່າວຄຳເຫັນນະ ທີ່ນີ້ ທ່ານ ນາງ ຫງ໊ວຽນທິກິມຕ໋ຽນ ລັດຖະມົນຕີກະຊວງສາທາລະນະສຸກ  ຫວຽດນາມ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງບັນດາທ້ອງຖິ່ນ ສືບຕໍ່”ປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຂອງຢາສູບ, ນຳຂໍ້ກຳນົດຫ້າມສູບຢາຢູ່ສະຖານທີ່ເຮັດວຽກເຂົ້າໃນກົດລະບຽບພາຍໃນຂອງບັນດາອົງການ, ຫົວໜ່ວຍ. ລັດຖະມົນຕີກໍ່ໄດ້ຮຽກຮ້ອງໃຫ້ປະຊາຊົນ, ພິເສດແມ່ນໄວໜຸ່ມບໍ່ຄວນສູບຢາສູບ. ວຽກງານ ກວດກາ, ກວດກາປັບໄໝບັນດາການລະເມີດກ່ຽວກັບຢາສູບຕ້ອງໄດ້ຮັບການປະຕິບັດຢ່າງ ເຄັ່ງຂັດ. ທ່ານ Lokky Wai, ຫົວໜ້າຫ້ອງການຜູ້ຕາງໜ້າອົງການອະນາໄມໂລກ ປະຈຳຫວຽດນາມຮຽກຮ້ອງ ໃຫ້ລັດຖະບານ ແລະ ຄູ່ຮ່ວມມືທັງໝົດຈົ່ງພ້ອມກັນມານະພະ ຍາຍາມຜ່ານຜ່າສິ່ງທ້າທາຍ ເພື່ອຫຼຸດຜ່ອນ ການນຳໃຊ້ຢາສູບ, ດ້ວຍວິທີ່ເພີ່ມອາກອນຢາ ສູບ, ຈະຊ່ວຍໃຫ້ຫຼຸດຜ່ອນຄວາມຕ້ອງການສຳລັບຜະລິດຕະພັນອັນຕະລາຍນີ້ ແລະ ຊ່ວຍຮັບປະກັນໃຫ້ອະນາຄົດມີຄວາມປອດໄສແລະ ໝັ້ນຄົງກວ່າໃຫ້ແກ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ