ຫວຽດນາມ ພ້ອມແລ້ວຈະຮ່ວມມືກັບ ຍີ່ປຸ່ນ ປະຕິບັດສັນຍາ CPTPP ໃຫ້ມີປະສິດທິຜົນ

(VOVWORLD) - ຫວຽດນາມ ພ້ອມແລ້ວຈະສົມທົບກັບ ຍີ່ປຸ່ນ ແລະ ບັນດາສະມາຊິກອື່ນ ເພື່ອປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໃຫ້ມີປະສິດທິຜົນ.
ຫວຽດນາມ ພ້ອມແລ້ວຈະຮ່ວມມືກັບ ຍີ່ປຸ່ນ ປະຕິບັດສັນຍາ CPTPP ໃຫ້ມີປະສິດທິຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ການຕ້ອນຮັບທ່ານ Shindo Yoshitaka, ລັດຖະມົນຕີຫ້ອງວ່າການລັດຖະບານ ຍີ່ປຸ່ນ
(ພາບ: VGP)

ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ການຕ້ອນຮັບທ່ານ Shindo Yoshitaka, ລັດຖະມົນຕີຫ້ອງວ່າການລັດຖະບານ ຍີ່ປຸ່ນ, ຮັບຜິດຊອບການຟື້ນຟູເສດຖະກິດ, ເລີ່ມດຳເນີນທຸລະກິດ, ຄຸ້ມຄອງຄວາມສ່ຽງຈາກພະຍາດຕິດແປດ, ປະຕິຮູບລະບອບໜູນຊ່ວຍສັງຄົມ, ນະໂຍບາຍການເງິນ - ເສດຖະກິດ ແລະ ລັດຖະມົນຕີຮັບຜິດຊອບ CPTPP ຂອງ ຍີ່ປຸ່ນ, ໃນຕອນບ່າຍວັນທີ 09 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ຍາມໃດ ຫວຽດນາມ ພ້ອມແລ້ວຈະຮ່ວມມືກັບ ຍີ່ປຸ່ນ ແລະ ບັນດາປະເທດສະມາຊິກ CPTPP, ພິເສດແມ່ນການເຄື່ອນໄຫວກວດກາການປະຕິບັດສັນຍາ, ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວໃນໄລຍະຈະມາເຖິງ, ຊ່ວຍນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ແລະ ປະຊາຊົນຫຼາຍກວ່າອີກ, ພ້ອມທັງຊ່ວຍຍົກລະດັບສັນຍາ CPTPP ເພື່ອໃຫ້ສັນຍາສວມບົດບາດສຳຄັນກວ່າໃນການຄ້າຢູ່ພາກພື້ນ ແລະ ທົ່ວໂລກ.

ທ່ານນາຍົກລັດຖະມົນຕີສະເໜີໃຫ້ ຍີ່ປຸ່ນ ສືບຕໍ່ຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນກິດຈະກຳຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ ໂດຍອີງໃສ່ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການພັດທະນາສີຂຽວ, ເສດຖະກິດດີຈີຕອນ, ການສຶກສາ, ບຳລຸງສ້າງ, ການພົວພັນແລກປ່ຽນປະຊາຊົນ, ທ່ອງທ່ຽວ…

ເຫັນດີຕໍ່ບັນດາຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານລັດຖະມົນຕີ Shindo Yoshitaka ໃຫ້ຮູ້ວ່າ, ບັນດາຂົງເຂດຮ່ວມມືເຊິ່ງທ່ານນາຍົກລັດຖະມົນຕີຍົກອອກມາ ບໍ່ພຽງແຕ່ປະກອບສ່ວນພັດທະນາ ຫວຽດນາມ ເທົ່ານັ້ນ, ຫາກຍັງຊ່ວຍພັດທະນາເສດຖະກິດຂອງ ຍີ່ປຸ່ນ ອີກດ້ວຍ; ທ່ານສະເໜີໃຫ້ ຫວຽດນາມ ສືບຕໍ່ສົມທົບກັບ ຍີ່ປຸ່ນ ແລະ ບັນດາສະມາຊິກຂອງ CPTPP ອື່ນຢ່າງແໜ້ນແຟ້ນ ເພື່ອປະຕິບັດສັນຍາ CPTPP ໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ