(vovworld) - ວັນທີ 02/07, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ອັດລົງຢ່າງເປັນທາງການ ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ, ຢູ່ບຣຸໄນ. ເມື່ອເຕື້ອງເຖິງບັນດາໝາກຜົນທີ່ພົ້ນເດັ່ນຂອງບັນດາກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ, ໃຫ້ຮູ້ວ່າ.
“ໝາກຜົນໃຫຍ່ທີ່ສຸດຂອງກອງປະຊຸມຄັ້ງນີ້ ແມ່ນໄດ້ອອກຖະແຫຼງການຮ່ວມຊີ້ແຈ້ງຄວາມຕັດສິນໃຈຂອງບັນດາປະເທດອາຊຽນ ເມື່ອປະຕິບັດຄາດໝາຍທັງໝົດໃນວິວັດແຫ່ງການສ້າງປະຊາຄົມອາຊຽນ ໃນປີ 2015. ທີ 2 ແມ່ນ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ກໍ່ຄືບັນດາຄູ່ຮ່ວມມືຂອງອາຊຽນ ລ້ວນແຕ່ຢືນຢັນບົດບາດໃຈກາງຂອງບັນດາປະເທດອາຊຽນໃນບັນດາໂຄງປະກອບຂອງພາກພື້ນ ນັ້ນແມ່ນແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ກໍຄືການພົວພັນກັບບັນດາປະເທດຄູ່ຮ່ວມມືຂອງອາຊຽນ. ທີ 3 ແມ່ນກອງປະຊຸມຢືນຢັນສືບຕໍ່ເພີ່ມທະວີ ແລະ ປັບປຸງຄວາມສາມັກຄີ, ຖືອາຊຽນແມ່ນ ກຸ່ມເອກະພາບໃນວຽກງານທັງໝົດຂອງອາຊຽນ, ພ້ອມທັງເປັນເອກະພາບນຳກັນຕໍ່ທັດສະນະຂອງອາຊຽນ ທີ່ມີຕໍ່ບັນຫາຂອງພາກພື້ນ ແລະ ການພົວພັນກັບປະເທດຕ່າງໆ. ກ່ຽວກັບທະເລຕາເວັນອອກ, ບັນດາປະເທດລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ຄວາມສະຫງົບປອດໄພ, ຄວາມເສລີໃນການເດີນທະເລຢູ່ທະເລຕາເວັນອອກ. ພິເສດ ບັນດາປະເທດລ້ວນແຕ່ເນັ້ນໜັກເຖິງຄວາມຈຳເປັນ ຕ້ອງສ້າງປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC)”.
ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຫວຽດນາມ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າແນໃສ່ຊຸກຍູ້ການເຄື່ອນໄຫວຮ່ວມມືຕ່າງໆໃນຂອບເຂດອາຊຽນ ແລະ ອາຊຽນກັບບັນດາຄູ່ເຈລະຈາ, ຂອບເຂດຮ່ວມມືແມ່ນ້ຳຂອງ. ທ່ານລັດຖະມົນຕີ ຟ້າມບິ່ງມິນ ຊີ້ແຈ້ງວ່າ.
“ຫວຽດນາມ ພ້ອມກັບບັນດາປະເທດອາຊຽນອື່ນໆ ໄດ້ປະກອບສ່ວນສ້າງເອກະສານລວມຂອງອາຊຽນ. ໃນນັ້ນຊີ້ແຈ້ງວຽກງານຕ້ອງປັບປຸງຄວາມສາມັກຄີ, ບົດບາດໃຈກາງ ກໍ່ຄືຊີ້ນຳ ນຳພາອາຊຽນ ໃນບັນດາໂຄງປະກອບຂອງອາຊຽນ, ພ້ອມທັງປະກອບສ່ວນເຂົ້າໃນບັນດາຂົງເຂດເພື່ອໃຫ້ບັນດາປະເທດພາຍໃນກຸ່ມມານະພະຍາຍາມກວ່າ, ພ້ອມກັນມຸ່ງໄປເຖິງການສ້າງປະຊາຄົມອາຊຽນ ໃນປີ 2015. ພິເສດຫວຽດນາມ ກໍ່ໄດ້ສະເໜີອອກ “ຖະແຫຼງການອາຊຽນກ່ຽວກັບການເພີ່ມທະວີການຄວບຄຸມໄພທຳມະຊາດ” ໃນກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 23 ເຊິ່ງຈະຈັດໃນເດືອນ 10/2013 ຈະມາເຖິງ.”