ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝ​ັ້ນ​ສັນ​ຍາ​ຢ່າງ​ແຮງ​ເພື່ອ​ແກ້​ໄຂ​ບັດ​ເຫຼືອງ IUU

(VOVWORLD) -ແລກປ່ຽນກັບຄະນະກວດກາ EC, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ເນັ້ນໜັກວ່າ ນະໂຍບາຍ ແລະ ການກຳນົດທິດຂອງ ຫວຽດນາມ ແມ່ນສົ່ງເສີມໃຫ້ຊາວປະມົງທົດທະບຽງອາຊີບຂຸດຄົ້ນ ຢ່າງເປັນມິດກັບສິ່ງແວດລ້ອມ, ປົກປ້ອງແຫຼ່ງຜົນປະໂຫຍດສິນໃນນ້ຳແບບຍືນຍົງ.
ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝ​ັ້ນ​ສັນ​ຍາ​ຢ່າງ​ແຮງ​ເພື່ອ​ແກ້​ໄຂ​ບັດ​ເຫຼືອງ IUU - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ຕອນບ່າຍວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ໄດ້ຕ້ອນຮັບຄະນະກວດກາຂອງ ຄະນະກຳມະການ ເອີລົບ (EC) ກ່ຽວກັບການຕ້ານການຂຸດຄົ້ນພິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ໂດຍທ່ານ Roberto Cesari,  ຫົວໜ້າພາກສ່ວນ IUU (ກົມໃຫຍ່ບັນດາບັນຫາກ່ຽວກັບທະເລ ແລະ ສິນໃນນ້ຳ), ເປັນຫົວໜ້າຄະນະ.

ແລກປ່ຽນກັບຄະນະກວດກາ EC, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ເນັ້ນໜັກວ່າ ນະໂຍບາຍ ແລະ ການກຳນົດທິດຂອງ ຫວຽດນາມ ແມ່ນສົ່ງເສີມໃຫ້ຊາວປະມົງທົດທະບຽງອາຊີບຂຸດຄົ້ນ ຢ່າງເປັນມິດກັບສິ່ງແວດລ້ອມ, ປົກປ້ອງແຫຼ່ງຜົນປະໂຫຍດສິນໃນນ້ຳແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ຢັ້ງຢືນວ່າ ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຫຼາຍທີ່ສຸດ ເພື່ອແກ້ໄຂບັນດາເນື້ອໃນຂໍ້ສະເໜີຂອງ EC ຕໍ່ກັບການຢຸດຕິການຂຸດຄົ້ນ IUU, ມຸ່ງໄປເຖິງການພັດທະນາຂະແໜງຂຸດຄົ້ນສິນທະເລແບບຍືນຍົງ, ມີຄວາມຮັບຜິດຊອບ, ມີການຄຸ້ມຄອງ. ຫວຽດນາມ ຕັດສິນໃນສະກັດກັ້ນ, ຢຸດຕິດ ແລະ ກ້າວໄປເຖິງການລົບລ້າງສະພາບການຂຸດຄົ້ນ IUU. ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ສະເໜີໃຫ້ EC ແລະ ບັນດາປະເທດ ສະມາຊິກ ເອີລົບ (EU) ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍຫວຽດນາມ ດ້ານເຕັກນິກໃນການປະຕິບັດຂໍ້ສະເໜີແນະນຂອງ EC ກ່ຽວກັບ IUU ຢ່າງທັນການ; ສະເໜີໃຫ້ EC ຮັບຮູ້ຄວາມມານະພະຍາຍາມຕ້ານການຂຸດຄົ້ນ IUU ແລະ ໝາກຜົນຕັ້ງໜ້າຂອງ ຫວຽດນາມ ທີ່ບັນລຸໄດ້ ແລະ ຍົກເລີກບັດເຫຼືອງໃຫ້ແກ່ ຫວຽດນາມ ໂດຍໄວ.

ສ່ວນ ຄະນະປະຕິບັດງານ EC ໄດ້ຕີລາຄາວ່າ ຫວຽດນາມ ມີຄວາມເດັດດຽວນັບແຕ່ຂັ້ນສູນກາງ, ປະກາດໃຊ້ຫຼາຍຂໍ້ກຳນົດກົດໝາຍ, ກົນໄກ, ນະໂຍບາຍເພື່ອຕ້ານການຂຸດຄົ້ນ IUU. ຜ່ານການກວດກາຕົວຈິງຕາມທ້ອງຖິ່ນແຄມທະເລໂດຍບັງເອີນ, ຄະນະປະຕິບັດງານໄດ້ເຫັນການປັບປຸງພໍສົມຄວນໃນການຜັນຂະຫຍາຍການປະຕິບັດຕ້ານ IUU.

ຕອບກັບ

ຂ່າວ/ບົດ​ອື່ນ