ຫວຽດນາມ ສວມບົດບາດສຳຄັນໃນການເພີ່ມທະວີຄວາມສາມັກຄີ ແລະ ບົດບາດໃຈກາງ ອາຊຽນ

(VOVWORLD) - ເລື່ອງ ລາວ ແມ່ນປະເທດທຳອິດເຊິ່ງທ່ານປະທານປະເທດ ຫວຽດນາມ ໂຕເລິມ ມາຢ້ຽມຢາມ ໃນຖານະຕຳແໜ່ງປະທານປະເທດນັ້ນ ເປັນການສະແດງໃຫ້ເຫັນຄວາມຖືເປັນສຳຄັນ ແລະ ໃຫ້ບຸລິມະສິດພິເສດເຊິ່ງ ຫວຽດນາມ ສະຫງວນໃຫ້ແກ່ ລາວ.
ຫວຽດນາມ ສວມບົດບາດສຳຄັນໃນການເພີ່ມທະວີຄວາມສາມັກຄີ ແລະ ບົດບາດໃຈກາງ ອາຊຽນ - ảnh 1ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ
(ພາບ: TTXVN)

        ໂດຍຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ແລະ ພະບາດສົມເດັດພະບໍລົມມະນຽດມະຫາກະສັດ Preah Bat Samdech Preah Boromneath Norodom Sihamoni, ແຫ່ງລາຊະອານາຈັກ ກຳປູເຈຍ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ປະເທດ ສປປ.ລາວ ແລະ ລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 11 – 13 ກໍລະກົດ.

        ຕາມທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແລ້ວ, ເລື່ອງ ລາວ ແມ່ນປະເທດທຳອິດເຊິ່ງທ່ານປະທານປະເທດ ຫວຽດນາມ ໂຕເລິມ ມາຢ້ຽມຢາມ ໃນຖານະຕຳແໜ່ງປະທານປະເທດນັ້ນ ເປັນການສະແດງໃຫ້ເຫັນຄວາມຖືເປັນສຳຄັນ ແລະ ໃຫ້ບຸລິມະສິດພິເສດເຊິ່ງ ຫວຽດນາມ ສະຫງວນໃຫ້ແກ່ ລາວ. ໃນການຢ້ຽມຢາມຂອງທ່ານປະທານປະເທດ ໂຕເລິມ, 2 ຝ່າຍຈະພ້ອມກັນຕີລາຄາຄືນການພົວພັນຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ; ພ້ອມກັບແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະ ກຳນົດທິດການຮ່ວມມືໃນໄລຍະຈະມາເຖິງ, ດ້ວຍເປົ້າໝາຍຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງກວ່າ, ໃນນັ້ນ, ໃຫ້ບຸລິມະສິດຕໍ່ເລື່ອງເພີ່ມທະວີການເຊື່ອມຕໍ່ລະຫວ່າງ 2 ພື້ນຖານເສດຖະກິດ.

        ທ່ານນາງຢືນຢັນວ່າ, ການເດີນທາງໄປຢ້ຽມຢາມ ລາວ ຂອງທ່ານປະທານປະເທດ ໂຕເລິມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມສາມັກຄີ, ເຂັ້ມແຂງດ້ວຍຕົນເອງ ແລະ ການຮ່ວມມືໃນພາກພື້ນ ອາຊຽນ, ໃນນັ້ນ, ຫວຽດນາມ ສວມບົດບາດສຳຄັນໃນບັນດາຄວາມມານະພະຍາຍາມດັ່ງກ່າວ.

        ສ່ວນຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ແລ້ວ, ການຢ້ຽມຢາມທາງລັດຖະກິດລາຊະອານາຈັກ ກຳປູເຈຍ ຄັ້ງນີ້ຂອງທ່ານປະທານປະເທດ ໂຕເລິມ ດຳເນີນໄປໃນສະພາບ 2 ປະເທດຫາກໍ່ຈັດພິທີສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (24 ມິຖຸນາ 1967 – 24 ມິຖຸນາ 2024), ດ້ວຍບັນດາການເຄື່ອນໄຫວທີ່ເຕັມໄປດ້ວຍນ້ຳໃຈມິດຕະພາບ. ທ່ານໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ບັນດາການພົບປະ, ແລກປ່ຽນໂດຍກົງລະຫວ່າງການນຳຂອງ 2 ປະເທດ ສາມາດບັນລຸໄດ້ຂໍ້ຕົກລົງຍຸດທະສາດຫຼາຍສະບັບ, ເປັນການກຳນົດທິດໃຫ້ແກ່ການພົວພັນສັງລວມລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ