ຫວຽດນາມ ສະໜັບສະໜູນ ສປຊ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ການພົວພັນມິດຕະພາບເພື່ອແນໃສ່ຫລຸດຄວາມສ່ຽງດ້ານນິວເຄຼຍ

(VOVWORLD) - ເພື່ອລົບລ້າງອາວຸດນິວເຄຼຍ ຢ່າງມີປະສິດທິຜົນນັ້ນ, ຕ້ອງສ້າງສະພາບແວດລ້ອມສາກົນທີ່ສະດວກ ເພື່ອຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ, ການພົວພັນມິດຕະພາບລະຫວ່າງບັນດາປະເທດ, ໃຫ້ບຸລິມະສິດເຊີດຊູກົດໝາຍສາກົນ ແລະ ປະຕິບັດພັນທະຂອງບັນດາປະເທດຢ່າງຄົບຖ້ວນ
ຫວຽດນາມ ສະໜັບສະໜູນ ສປຊ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ການພົວພັນມິດຕະພາບເພື່ອແນໃສ່ຫລຸດຄວາມສ່ຽງດ້ານນິວເຄຼຍ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ:TTXVN)

ວັນທີ 26 ກັນຍາ, ທີ່ສຳນັກງານ ສປຊ, ຢູ່ນິວຢອກ, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງວັນສາກົນລົບລ້າງອາວຸດນິວເຄຼຍຢ່າງສິ້ນເຊິ່ງ. ເຂົ້າຮ່ວມກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ: ການລົບລ້າງອາວຸດນິວເຄຼຍທົ່ວໂລກແມ່ນໜຶ່ງໃນບັນດາເປົ້າໝາຍຍາວນານຂອງ ສປຊ ແຕ່ຈະມີຄວາມຫຍຸ້ງຍາກຫຼາຍຢ່າງຈຶ່ງບັນລຸໄດ້ເປົ້າໝາຍນີ້. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ເພື່ອລົບລ້າງອາວຸດນິວເຄຼຍ ຢ່າງມີປະສິດທິຜົນນັ້ນ, ຕ້ອງສ້າງສະພາບແວດລ້ອມສາກົນທີ່ສະດວກ ເພື່ອຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ, ການພົວພັນມິດຕະພາບລະຫວ່າງບັນດາປະເທດ, ໃຫ້ບຸລິມະສິດເຊີດຊູກົດໝາຍສາກົນ ແລະ ປະຕິບັດພັນທະຂອງບັນດາປະເທດຢ່າງຄົບຖ້ວນ, ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ແລະ ສົນທິສັນຍາຫ້າມອາວຸດນິວເຄຼຍ (TPNW). ຫວຽດນາມ ກໍ່ຖືວ່າ ຄວນຊຸກຍູ້ການສົນທະນາ ແລະ ການເຈລະຈາບັນດາຂໍ້ຕົກລົງສາກົນ ກ່ຽວກັບການຫລຸດຜ່ອນອາວຸດນິວເຄຼຍ,  ພ້ອມທັງເນັ້ນໜັກບົດບາດສຳຄັນຂອງການຍົກສູງສະຕິຄວາມຮັບຮູ້ກ່ຽວກັບຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຂອງອາວຸດປະເພດນີ້.

        ສະມັດຊາໃຫຍ່ ສປຊ ໄດ້ເລືອກເອົາວັນທີ 26 ກັນຍາ ປະຈຳປີແມ່ນວັນສາກົນລົບລ້າງອາວຸດນິວເຄຼຍ ທີ່ລະບຸໃນມະຕິເລກທີ 68/32 ປີ 2013.

ຕອບກັບ

ຂ່າວ/ບົດ​ອື່ນ