ຫວຽດນາມ - ສ.ເກົາຫຼີ ແລກປ່ຽນເອກະສານຮ່ວມມື 17 ສະບັບໃນຫຼາຍຂົງເຂດ

(VOVWORLD) - 2 ຝ່າຍເຫັນດີຕໍ່ຄວາມຮັບຮູ້ລວມຕໍ່ເລື່ອງຫັນບັນດາຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໃຫ້ປະກົດຜົນເປັນຈິງ.
ຫວຽດນາມ - ສ.ເກົາຫຼີ ແລກປ່ຽນເອກະສານຮ່ວມມື 17 ສະບັບໃນຫຼາຍຂົງເຂດ - ảnh 1(ການນຳ 2 ທ່ານໄດ້ແຈ້ງຂໍ້ມູນຂ່າວໃຫ້ສື່ມວນຊົນກ່ຽວກັບໝາກຜົນການເຈລະຈາ)

        ຕອນເຊົ້າວັນທີ 23 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ພັນລະຍາຢ່າງສົມກຽດ ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ແຕ່ວັນທີ 22-24 ມິຖຸນາ, ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວໍວັນເຖືອງ. ພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຂອງ 2 ປະເທດດຳເນີນການພົບປະເຈລະຈາ.

     ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ເຫັນດີນຳການພົວພັນຮ່ວມມືໃນທຸກຂົງເຂດໃຫ້ຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງ, ແທດຈິງກວ່າ; ໂດຍສະເພາະແມ່ນສົມທົບກັນຜັນຂະຫຍາຍສັນຍາການຄ້າເສລີ 2 ຝ່າຍ ແລະ ບັນດາມາດຕະການສ້າງຄວາມສະດວກຢ່າງແທດຈິງໃຫ້ແກ່ວິສາຫະກິດ 2 ປະເທດ.

    ແລະກໍ່ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນ; ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ, ສົມທົບກັນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ.

        ພາຍຫຼັງການພົບປະເຈລະຈາ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານປະທານາທິບໍດີ Yoon Suk Yeol ແລະ ຜູ້ແທນຂັ້ນສູງຂອງ 2 ປະເທດໄດ້ເປັນສັກຂີພິຍານບັນດາອົງການທີ່ມີໜ້າທີ່ຂອງ 2 ປະເທດແລກປ່ຽນເອກະສານຮ່ວມມື 17 ສະບັບ ທີ່ໄດ້ລົງນາມໃນຫຼາຍຂົງເຂດ. ຖັດຈາກນັ້ນ, ການນຳ 2 ທ່ານໄດ້ແຈ້ງຂໍ້ມູນຂ່າວໃຫ້ສື່ມວນຊົນກ່ຽວກັບໝາກຜົນການເຈລະຈາ.

        ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ຮູ້ວ່າ, ທ່ານໄດ້ເຫັນດີກັບທ່ານປະທານາທິບໍດີ Yoon Suk Yeol ເລື່ອງສືບຕໍ່ຊຸກຍູ້ການຮ່ວມມືດ້ານການເມືອງ - ການຕ່າງປະເທດ, ຮັກສາການພົວພັນແລກປ່ຽນ, ການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເປັນປະຈຳ. 2 ຝ່າຍເຫັນດີຕໍ່ຄວາມຮັບຮູ້ລວມຕໍ່ເລື່ອງຫັນບັນດາຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໃຫ້ປະກົດຜົນເປັນຈິງ. ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ:

“2 ຝ່າຍພ້ອມກັນມານະພະຍາຍາມນຳການຮ່ວມມືດ້ານເສດຖະກິດໃຫ້ຂຶ້ນສູ່ລະດັບສູງໃໝ່ໃຫ້ເລິກເຊິ່ງ ແລະ ບັນລຸປະສິດທິຜົນກວ່າ; ສູ້ຊົນປະຕິບັດສຳເລັດເປົ້າໝາຍຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນ 100 ຕື້ USD ແລະ ມຸ່ງໄປເຖິງເປົ້າໝາຍ 150 ຕື້ USD ໃນປີ 2030 ຕາມທິດດຸ່ນດ່ຽງ, ຍືນຍົງ. ຫວຽດນາມ ຊົມເຊີຍບັນດາວິສາຫະກິດ ສ.ເກົາຫຼີ ລົງທຶນໃໝ່ ແລະ ເປີດກວ້າງຂອບເຂດການລົງທຶນ, ໂດຍສະເພາະແມ່ນໃນຂົງເຂດໃຫ້ບຸລິມະສິດ, ຄື: ບັນດາກິດຈະກຳຈຸດສຸມແຫ່ງຊາດ; ເອົາໃຈໃສ່ ຖ່າຍທອດເຕັກໂນໂລຊີແກ່ນສານໃຫ້ແກ່ ຫວຽດນາມ”.

ການນຳ 2 ທ່ານສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງລົງນາມໃນຂໍ້ຕົກລົງຮ່ວມມືກອງທຶນສົ່ງເສີມເສດຖະກິດ ສ.ເກົາຫຼີ (EDPF) ມີມູນຄ່າ 2 ຕື້ USD ເພື່ອຜັນຂະຫຍາຍບັນດາໂຄງການລົງທຶນພັດທະນາ ມີຂອບຂະໜາດໃຫຍ່ໃນຂົງເຂດຄົມມະນາຄົມ, ພື້ນຖານໂຄງລ່າງຕົວເມືອງຂອງ ຫວຽດນາມ. ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ໃຫ້ຮູ້ວ່າ:

“2 ຝ່າຍເຫັນດີ ເພີ່ມທະວີການຮ່ວມມືຍຸດທະສາດໃນຂົງເຂດການທູດ, ຄວາມໝັ້ນຄົງ. 2 ຝ່າຍຢືນຢັນຈະເຮັດໃຫ້ການພົວພັນຍຸດທະສາດເລິກເຊິ່ງຂຶ້ນຕື່ມຜ່ານເລື່ອງສ້າງຕັ້ງໃໝ່ກົນໄກພົບປະເຈລະຈາປະຈຳປີລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດ 2 ຝ່າຍ ຕໍ່ຈາກຄວາມເຫັນດີຕໍ່ກົນໄກພົບປະເຈລະຈາປະຈຳປີລະຫວ່າງກະຊວງປ້ອງກັນປະເທດ 2 ຝ່າຍ. ລັດຖະບານ ສ.ເກົາຫຼີ ຈະຕັ້ງໜ້າໜູນຊ່ວຍ ແລະ ຍົກສູງກຳລັງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງທະເລຂອງ ຫວຽດນາມ ໂດຍອີງໃສ່ບົດບັນທຶກຊ່ວຍຈຳຄວາມໝັ້ນຄົງທາງທະເລ ທີ່ໄດ້ລົງນາມໃນຄັ້ງນີ້”.

ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໃຫ້ຮູ້ວ່າ, ສ.ເກົາຫຼີ ຈະໜູນຊ່ວຍບັນດາບ້ວງເງິນຊ່ວຍເຫຼືອຫຼ້າທີ່ມີມູນຄ່າ 200 ລ້ານ USD ໄລຍະ 2024 – 2027 ໃຫ້ແກ່ບັນດາຂົງເຂດສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ພັດທະນາສາທາລະນະສຸກ, ການສຶກສາ, ການຫັນເປັນດີຈີຕອນ…

ຕອບກັບ

ຂ່າວ/ບົດ​ອື່ນ