ຫວຽດ​ນາມ - ອີ​ຕາ​ລີ​ ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ບັນ​ຫາ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ

(VOVWORLD) - ໃນລະຫວ່າງວັນທີ 21 -26 ມີນາ, ຄະນະຜູ້ແທນສະຫະພັນແມ່ຍິງ ຫວຽດນາມໂດຍ ທ່ານນາງ ຫງວຽນທິທູຮ່າ, ປະທານສະຫະພັນນຳໜ້າຄະນະໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ອີຕາລີ
ຫວຽດ​ນາມ - ອີ​ຕາ​ລີ​ ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ບັນ​ຫາ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ - ảnh 1ທ່ານນາງ ຫງວຽນທິທູຮ່າ, ປະທານສະຫະພັນ ແມ່ຍິງ ຫວຽດນາມ ແລະ ທ່ານນາງ Marta Grande ປະທານກຳມາທິການການຕ່າງປະເທດສະພາຕ່ຳ (ພາບ: TTXVN)

ຄະນະປະຕິບັດງານໄດ້ມີການເຮັດວຽກກັບທ່ານນາງ Elisabetta Belloni ເລຂາທິການໃຫຍ່ກະຊວງການຕ່າງປະເທດ ອີຕາລີ, ທ່ານນາງ Marta Grande ປະທານກຳມາທິການການຕ່າງປະເທດສະພາຕ່ຳ, ຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີ, ຜູ້ຮັບຜິດຊອບກ່ຽວກັບສິດສະເໝີພາບ, ລົງຢ້ຽມຢາມ ແລະ ເຮັດວຽກຢູ່ບາງ ທ້ອງຖິ່ນຂອງປະເທດນີ້.

ຜ່ານບັນດາການເຮັດວຽກ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນຈະສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງຄວາມສະເໝີພາບລະຫວ່າງຍິງ - ຊາຍ, ແຫຼ່ງຊັບພະຍາກອນມະນຸດຍິງ, ການເຊື່ອມຕໍ່ ແລະ ສ້າງການພົວພັນຮ່ວມມືລະຫວ່າງສະຫະພັນແມ່ຍິງ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຂອງ ອີຕາລີ.

        ການນຳກະຊວງການຕ່າງປະເທດ ອີຕາລີ ກໍ່ໄດ້ແລກປ່ຽນກັບຄະນະກ່ຽວກັບການເຈລະຈາຂັ້ນສູງລະຫວ່າງ ອີຕາລີ ກັບອາຊຽນ, ໂດຍຄາດວ່າຈະໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ໃນເດືອນມີຖຸນາ 2019 ແລະ ຫວັງວ່າການນຳສະຫະພັນແມ່ຍິງ ຫວຽດນາມ ຈະເຂົ້າຮ່ວມການເຈລະຈາດັ່ງກ່າວ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຊອກຮູ້ຄວາມສາມາດໃນການຈັດຕັ້ງເຫດການຢູ່ນອກການເຈລະຈາສຳຄັນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ