ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ ຊ່ວຍ ​ມຽນ​ມາ ສະ​ກັດກັ​້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ, ຊຸກ​ຍູ້​ການ​ເຈ​ລະ​ຈາ ແລະ ໄກ່​ເກ່ຍ

(VOVWORLD) - ວັນທີ 9 ເມສາ, ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ, ສປຊ ລວມມີ ອັງກິດ, ອາເມລິກາ, Estonia, ຝລັ່ງ, ອຽກລັງ ແລະ ນອກແວ ໄດ້ເປັນປະທານຮ່ວມຈັດກອງປະຊຸມຕາມຮູບການ Arria ກ່ຽວກັບສະພາບການຢູ່ ມຽນມາ.
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ ຊ່ວຍ ​ມຽນ​ມາ ສະ​ກັດກັ​້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ, ຊຸກ​ຍູ້​ການ​ເຈ​ລະ​ຈາ ແລະ ໄກ່​ເກ່ຍ - ảnh 1ສະພາບການຢູ່ ເມືອງ Hlaingthaya, ນະຄອນ Yangon, ມຽນມາ ໃນວັນທີ  14 ມີນາ 2021 (ພາບ:  AFP/TTXVN)

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ບຸລິມະສິດແຖວໜ້າໃນປັດຈຸບັນ ແມ່ນຮັບປະກັນຊີວິດອິນຊີ, ຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ປະຊາຊົນທຸກຄົນ ແລະ ການໜູນຊ່ວຍມະນຸດສະທຳ ບໍ່ຖືກຂັດຂວາງ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຢູ່ ມຽນມາ ຈົ່ງຈຳກັດບັນດາການກະທຳໃຊ້ຄວາມຮຸນແຮງ, ດຳເນີນການເຈລະຈາ ແລະ ໄກ່ເກ່ຍ ຕາມເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ເພື່ອສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ. ທ່ານກໍຮຽກຮ້ອງໃຫ້ປະຊາຄົມສາກົນ ຄວນປະກອບສ່ວນຢ່າງສ້າງສັນເພື່ອຊ່ວຍ ມຽນມາ ສະກັດກັ້ນການໃຊ້ຄວາມຮຸນແຮງ, ສ້າງສະພາບແວດລ້ອມທີ່ສະດວກແກ່ການເຈລະຈາ ແລະ ໄກ່ເກ່ຍ ພ້ອມທັງເຄົາລົບບັນດາຫຼັກການເອກະລາດ, ເອກະພາບ, ອະທິປະໄຕແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນຂອງ ມຽນມາ. 

ຕອບກັບ

ຂ່າວ/ບົດ​ອື່ນ