ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນວິສາຂະບູຊາສາກົນຢູ່ ສະຫະປະຊາຊາດ

ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນວິສາຂະບູຊາສາກົນຢູ່ ສະຫະປະຊາຊາດ - ảnh 1
ພາບປະກອບ

(vovworld) – ​​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ວິສາຂະບູຊາ​ສາກົນ​ປີ​ນີ້ ຫາ​ກໍ​ຖືກ​ຈັດ​ຕັ້ງຢູ່​ສຳນັກງານ ສາ​ຫະປະຊາ​ຊາດ ຢູູ່ ​ເຊີ​ແນວ, ປະ​ເທດ​ສະ​ວິດ. ການ​ເຄື່ອນ​ໄຫວ​ນີ້ ​ໂດຍ​ຄະນະ​ປະຕິບັດ​ງານ​ ສີ​ລັງກາ ປະຈຳ​ສະຫະ​ປະຊາ​ຊາດ ​​ຮັບຜິດຊອບ​ການຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ເອກອັກຄະ​ລັດຖະທູດ​ຫວຽດນາມ Pham Vinh Quang, ຮອງຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາ​ດຖື​ວ່າ: ​ໃນ​ສະພາບ​ການ​ມະນຸດພວມ​ຍື່ນ​ຢູ່ຕໍ່ໜ້າ​ການ​ທ້າ​ທາຍ​ຫຼາຍຢ່າງ​ທີ່ສັບສົນ​ຄື: ສົງຄາມ, ການ​ປະ​ທະ​ກັນ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຂາດ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ, ຂາດ​ການຄ້ຳປະກັນ​ດ້ານ​ສະບຽບອາຫານ ​ແລະ ພະນັກງານບັນດາ​ຄຳ​ສັ່ງສອນ​ຂອງ​ພະພຸດທະ​ເຈົ້າ ຍິ່ງມີ​ຄວາມ​ໝາຍ​ກ່ວາ​ເວລາ​ໃດ​ໝົດ. ທ່ານ​ເອອັກຄະ​ລັດຖະທູດ​ Pham Vinh Quang ​ເນັ້ນ​ໜັກ​ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ລັດ​ຫວຽດນາມ ກ່ຽວ​ກັບ​ຄວາມ​ສາມັກຄີ​ບັນດາ​​ເຜົ່າ, ສາສະໜາ, ລະຫວ່າງ​ຜູ້​​ເຊື່ອຖື​ສາສະໜາ ​ແລະ ບໍ່​​ເຊື່ອຖື​ສາສະໜາ, ດ່ັງ​ນັ້ນ ພຸດທະ​ສາສະໜາ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ​ຢູ່​ຫວຽດນາມ. ປະຈຸ​ບັນ, ຢູ່​ຫວຽດນາມ ມີ​ສາສະ​ນິກະ​ຊົນ​ກ່ວາ 12 ລ້ານ​ຄົນ, ມີ​ພະສົງ​ສາມະ​ເນນກ່ວາ 40.000 ອົງ, ວັດວາອາຣາມປະມານ 15.000 ​​ແຫ່ງ ​ແລະ ​ໂຮງຮຽນ​ສົງ 36 ​ແຫ່ງ. ພຸດທະ​ສາສະໜາ​ຫວຽດນາມ ຍັງ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາກົນ​ເພື່ອ​ແນ​ໃສ່​ສ້າງ​ໂລກ​ປອດ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ອາ​ຄາດ​ບາດໝາງ, ​ເພື່ອ​ສັນຕິພາບ, ຄວາມ​ປອງ​ດອງ ​ແລະ ມາດຕາ​ກະລຸນາ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ວິສາ​ຂະ​ບູຊາ​ປີ​ນີ້, ຄະນະ​ປະຕິບັດ​ງານ​ຫວຽດນາມ ຍັງ​ແນະນຳ​ບັນດາ​ເຍື່ອງ​ອາຫານ​ເຈ​ພື້ນ​ເມືອງ​ຂອງ​ຫວຽດນາມ ​​ໃຫ້​ແກ່​ເພື່ອນ​ມິດສາ​ກົນ.

 

ຂ່າວ/ບົດ​ອື່ນ