ຫວຽດ​ນາມ - ເຊຍລາ ເລ​ອອນ ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ

(VOVWORLD) -ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນຢ່າງການ, ຕອນບ່າຍວັນທີ 16 ມີນາຢູ່ຮ່າໂນ້ຍ, ທ່ານປະທານາທິບໍດີ ສ.ເຊຍລາ ເລອອນ Julius Maada Bio ໄດ້ໄປຢ້ຽມຢາມສະຖາບັນວິທະຍາສາດກະສິກຳ ຫວຽດນາມ (VAAS).

ຫວຽດ​ນາມ - ເຊຍລາ ເລ​ອອນ ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ - ảnh 1ພິທີລົງນາມບົດບັນທຶກຊ່ວຍຈຳລະຫວ່າງສະຖາບັນວິທະຍາສາດກະສິກຳ ຫວຽດນາມ ກັບກະຊວງກິສິກຳ, ປ່າໄມ້ ສ. ເຊຍລາ ເລອອນ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານາທາບໍດີ Julius Maada Bio ໄດ້ເນັ້ນໜັ້ກວ່າ, ເຊຍລາ ເລອອນ ມີຄວາມປະທັບໃຈຕໍ່ບັນດາຜົນງານອັນໃຫຍ່ຫຼວງເຊິ່ງ ຫວຽດນາມ ບັນລຸໄດ້ໃນຂົງເຂດກະສິກຳ. ບົນພື້ນຖານການພົວພັນອັນດີງາມລະຫວ່າງສອງປະເທດ ກໍ່ຄືຄວາມສາມາດບົ່ມຊ້ອນທີ່ອາດຈະຍົກສູງປະສິດທິຜົນໃນການຮ່ວມມືລະຫວ່າງສອງຝ່າຍ, ເຊຍລາ ເລອອນ ມີຄວາມປາດຖະໜາກຢາກໃຫ້ຫວຽດນາມໜູນຊ່ວຍ, ແບ່ງປັນບົດຮຽນປະສົບການໃນຂົງເຂດນີ້.

ໃນໂອກາດນີ້, ສອງຝ່າຍໄດ້ລົງນາມບົດບັນທຶກຊ່ວຍຈຳ ຊຸກຍູ້ການຮ່ວມມືລະຫວ່າງ ເຊຍລາ ເລອອນ ແລະ ສະຖາບັນວິທະຍາສາດກະສິກຳ ຫວຽດນາມ ໃນຂົງເຂດປູກຝັງ.

ແລະກໍ່ໃນວັນທີ 16 ມີນາ, ທ່ານປະທານາທາບໍດີ ເຊຍລາ ເລອອນ Julius Maada Bio ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ກຸ່ມບໍລິສັດ FPT, ແລກປ່ຽນກ່ຽວກັບແຜນນະໂຍບາຍສົ່ງເສີມການຮ່ວມມືໃນຂົງເຂດຫັນເປັນດີຈີຕອນ. ພ້ອມກັນນັ້ນ, ທ່ານ Jacob Jusu Saffa, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານາທິບໍດີ ຕາງໜ້າໃຫ້ລັດຖະບານ ເຊຍລາ ເລອອນ ແລະ ທ່ານປະທານ ສະພາບໍລິຫານ FPT ເຈືອງຢາບິ່ງ ໄດ້ລົງນາມຂໍ້ຕົກລົງຮ່ວມມືຊຸກຍູ້ການຫັນເປັນດີຈີຕອນແຫ່ງຊາດ ແລະ ບຳລຸງສ້າງບຸກຄະລາກອນດີຈີຕອນ ໃຫ້ແກ່ ເຊຍລາ ເລອອນ.

ຕອບກັບ

ຂ່າວ/ບົດ​ອື່ນ