ຫວຽດນາມ ເພີ່ມທະວີການຮ່ວມມືຢ່າງຮອບດ້ານໃນ ອາຊຽນ

(VOVWORLD) -  ລັດຖະມົນຕີ 2 ທ່ານໄດ້ເປັນເອກະພາບຜັນຂະຫຍາຍຂໍ້ຕົກລົງຮ່ວມມືໄລຍະ 2021 – 2025 ໃຫ້ມີປະສິດທິຜົນ ແລະ ເປັນເອກະພາບຂໍ້ຕົກລົງຮ່ວມມືໄລຍະໃໝ່ໂດຍໄວ.
ຫວຽດນາມ ເພີ່ມທະວີການຮ່ວມມືຢ່າງຮອບດ້ານໃນ ອາຊຽນ - ảnh 1(ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ໄທ ມາຣິ ແສງອຳພົງສາ)

        ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58, ຕອນບ່າຍວັນທີ 08 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ມີການພົບປະ 2 ຝ່າຍກັບລັດຖະມົນຕີການຕ່າງປະເທດ ໄທ, ລາວ ແລະ ກຳປູເຈຍ.

        ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ໄທ ມາຣິ ແສງອຳພົງສາ, 2 ຝ່າຍໄດ້ເນັ້ນໜັກເຖິງເລື່ອງສ້າງໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ໄລຍະ 2026 – 2030, ສູ້ຊົນບັນລຸວົງເງິນການຄ້າ 25 ຕື້ USD ໂດຍໄວ; ຂຸດຄົ້ນບັນດາຂົງເຂດໃໝ່ທີ່ມີຄວາມສາມາດບົ່ມຊ້ອນໃຫ້ເປັນຢ່າງດີ, ຄື: ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ…

ຫວຽດນາມ ເພີ່ມທະວີການຮ່ວມມືຢ່າງຮອບດ້ານໃນ ອາຊຽນ - ảnh 2(ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ)

        ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ, ລັດຖະມົນຕີ 2 ທ່ານໄດ້ເປັນເອກະພາບຜັນຂະຫຍາຍຂໍ້ຕົກລົງຮ່ວມມືໄລຍະ 2021 – 2025 ໃຫ້ມີປະສິດທິຜົນ ແລະ ເປັນເອກະພາບຂໍ້ຕົກລົງຮ່ວມມືໄລຍະໃໝ່ໂດຍໄວ.

        ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhonn, 2 ຝ່າຍໄດ້ເຫັນດີຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນໃນບັນຫາປັກຫຼັກໝາຍຊາຍແດນທາງບົກ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນເຊື້ອຊາດ ຫວຽດນາມ ດຳລົງຊີວິດຢູ່ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ