ຫວຽດນາມ ແບ່ງປັນບົດຮຽນໃນການ ຫລຸດຜ່ອນຄວາມສ່ຽງຈາກ ໄພທຳມະຊາດ

ຫວຽດນາມ ແບ່ງປັນບົດຮຽນໃນການ ຫລຸດຜ່ອນຄວາມສ່ຽງຈາກ ໄພທຳມະຊາດ - ảnh 1
(ພາບປະກອບ)
(vovworld) -  ​ເວທີ​ປາ​ໄສ​ທົ່ວ​ໂລກ​ຄັ້ງ​ທີ 4 ກ່ຽວ​ກັບ​ການ​ຫລຸດຜ່ອນຄວາມ​ສ່ຽງ​ຈາກໄພ​ທຳ​ມະ​ຊາດ ຖືກດຳ​ເນີນ​ໄປ​ຢູ່​ຊະ​ວິດ ​ໃນ​ລະຫວ່າງ​ວັນ​ທີ 21 – 23/05. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້​​ແທນ 4.600 ຄົນ ທີ່​ຕາງໜ້າ​ໃຫ້ 188 ລັດຖະບານ ​ແລະ ກວ່າ 500 ອົງການ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ລັດ​ຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶດຟ໋າດ ​ເປ​ັນຫົວໜ້າ​ຄະນະ ​ແລະ ​ໄດ້​ມີ​ບົດ​ປະກອບ​ຄຳ​ເຫັນ​ທີ່​ກອງ​ປະຊຸ​ມຄັ້ງ​ສູງ​ນີ້. ບົດ​ປະກອບ​ຄຳ​ເຫັນ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ ຢືນຢັນ​ວ່າ ໄພພິບັດ​ໂດຍ​ໄພ​ທຳ​ມະ​ຊາດ​ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ກໍ​ຂຶ້ນ ພວມ​ແມ່ນ​ສິ່ງ​ທ້າ​ທ້າຍ​ອັນ​ໃຫຍ່​ຫຼວງ​ຕໍ່​ການ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ບັນດາ​ສິ່ງ​ທ້າ​ທ້າຍ​​ເຫຼົ່າ​ນີ້​​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ບົດຮຽນ​ຂອງ​ຫວຽດນາມ ສະ​ແດງ​ໃຫ້​ເຫັນ​ວ່າ ​ເພື່ອ​ຫລຸດຜ່ອນ​ຄວາມ​ສ່ຽງຈາກໄພ​ທຳ​ມະ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ ຄວນ​ມີ​ມາດ​ຕະການ​ແກ້​ໄຂ​ສັງ​ລວມ. ​ໂຄງ​ປະກອບ​ການ​ຄຸ້ມ​ຄອງບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ໃນ​ທົ່ວ​ປະ​ເທດ, ຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດຂັ້ນ​ທ້ອງ​ຖິ່ນ. ທ່ານ​ລັດຖະມົນຕີ ກາວ​ດຶກ​ຟ໋າດ ​ເນັ້ນ​ໜັກ​​ເຖິງຄວາມ​ສຳຄັນ​ຂອງ​ການ​ສົ່ງ​ເສີມ​ປະຊາ​ຄົມ ​ແລະ ວິ​ສາ​ຫະກິດຕັ້ງໜ້າ​ເຂົ້າ​ຮ່ວມ​ວິວັດ​ການ​ນີ້​, ພ້ອມ​ທັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ສາກົນ ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຫລຸດ​ຜ່ອນຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ ​ແລະ ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽນ​ແປ່​ງຂອງ​ດິນ​ຟ້າ​ອາ​ກາດ.
ຂ່າວ/ບົດ​ອື່ນ