ຫວຽດນາມ ແມ່ນຕະຫຼາດ ປະກັນໄພທີ່ມີ ຄວາມສາມາດບົ່ມຊ້ອນ

ຫວຽດນາມ ແມ່ນຕະຫຼາດ ປະກັນໄພທີ່ມີ ຄວາມສາມາດບົ່ມຊ້ອນ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ
ຕ້ອນຮັບ​ທ່ານ Peter Hancock, ຮອງ​ປະທານ​ກຸ່ມ​ບໍລິສັດ​ສາກົນ AIG)


(vovworld) - ​​ ຕອນ​ເຊົ້າ​ວັນ​ທີ 17 ກັນຍາ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ຕ້ອນຮັບ​ທ່ານ Peter Hancock, ຮອງ​ປະທານ​ກຸ່ມ​ບໍລິສັດ​ສາກົນ AIG ທີ່​ພວມຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຜ່ານ​ຜ່າ​ວິ​ກິດ​ການ​ດ້ານ​ການ​ເງິນ​ຂອງ​ກຸ່ມ​ບໍລິສັດ AIG ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ການ​ປະຕິບັດ​ວິວັດ​ການ​ຫັນ​ບັນດາ​ບໍລິສັດ​ລູກເປັນ​ຫຸ້ນ​ສ່ວນ​​ສຳ​ເລັດ​ຜົນ. ນີ້​ແມ່ນ​ບົດຮຽນ​ຢ່າງ​ແທດ​ຈິງ​ເພື່ອ​​ໃຫ້ຫວຽດນາມ ຮໍ່າຮຽນໃນ​ວິວັດ​​ແຫ່ງ​ການ​ສ້າງໂຄງ​ປະກອບ​ພື້ນຖານ​ເສດຖະກິດຄືນ​ໃໝ່, ພິ​ເສດ​ແມ່ນການ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ພາກ​ລັດ​ຄືນ​ໃໝ່. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ ປະຈຸ​ບັນຕະຫຼາດ​ປະກັນ​ໄພ​ຢູ່​ຫວຽດນາມ ພວມ​ມີ​ຂອບ​ຂະໜາດ​ນ້ອຍ ​ແຕ່​ຄວາມ​ສາມາດບົ່ມຊ້ອນ​ພັດທະນາ​ຍັງ​ຫຼວງຫຼາຍຢູ່. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ສະ​ເໜີ​ໃຫ້ ກຸ່ມ​ບໍລິສັດ​ສາກົນ AIG ​ແບ່ງປັນ​ບົດຮຽນ ​ແລະ ລົງທຶນ​ດຳ​ເນີນ​ທຸລະ​ກິດ​ເຂົ້າ​ຕະຫຼາດປະກັນ​ໄພ​ຫວຽດນາມ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດຕະຫຼາດ​ປະກັນ​ໄພ​ດ້ານ​ກະສິກຳ. ນອກ​ນັ້ນ, ກຸ່ມ​ບໍລິສັດ​ສາກົນ AIG ຍັງສາມາດ​ເຂົ້າ​ຮ່ວມ ຫຼື ຮຽກຮ້ອງ​ບັນດາ​ກຸ່ມ​ບໍລິສັດ​ການ​ເງິນ​ລົງທຶນ​ເຂົ້າ​ຂົງ​ເຂດ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຢູ່​ຫວຽດນາມ.

        ທ່ານ Peter Hancock ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກຸ່ມ​ບໍລິສັດ​ສາກົນ AIG ຈະ​ເພີ່ມ​ທະວີ​ການ​ລົງທຶນ​ພັດທະນາ​ຕະຫຼາດ​ປະກັນ​ໄພ​ຫວຽດນາມ ​ເວົ້າ​ສະ​ເພາະ ກໍ່​ຄື​ພື້ນຖານ​ເສດຖະກິດ​ຫວຽດນາມ ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ