ຫວຽດນາມ ແລະ Burundi ຍົກເວັ້ນວີຊາໃຫ້ພົນລະເມືອງຖືໜັງສືຜ່ານແດນການທູດ, ລັດຖະການ

(VOVWORLD) -  ສັນຍາກ່ຽວກັບການຍົກເວັ້ນວີຊາລະຫວ່າງ ຫວຽດນາມ ແລະ Burundi ມີຜົນສັກສິດ, ພົນລະເມືອສອງປະເທດທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການໄດ້ຍົກເວັ້ນວີຊາໃນເວລາຢູ່ອາໄສຊົ່ວຄາວບ່ໍເກີນ 90 ວັນນັບແຕ່ວັນເຂົ້າເມືອງ.

ວັນທີ 10 ມິຖຸນາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຕາງໜ້າໃຫ້ລັດຖະບານ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ Zéphyrin Maniratanga, ຫົວໜ້າຄະນະຜູ້ຕາງໜ້າຂອງປະເທດ Burundi ປະຈຳ ສປຊ ຕາງໜ້າໃຫ້ລັດຖະບານ Burundi ໄດ້ລົງນາມໃນສັນຍາຍົກເວັ້ນວີຊາໃຫ້ພົນລະເມືອງສອງປະເທດຖືໜັງສືຜ່ານແດນການທູດ ແລະ ລັດຖະການ.

        ສັນຍາກ່ຽວກັບການຍົກເວັ້ນວີຊາລະຫວ່າງ ຫວຽດນາມ ແລະ Burundi ມີຜົນສັກສິດ, ພົນລະເມືອສອງປະເທດທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການໄດ້ຍົກເວັ້ນວີຊາໃນເວລາຢູ່ອາໄສຊົ່ວຄາວບ່ໍເກີນ 90 ວັນນັບແຕ່ວັນເຂົ້າເມືອງ. ເລື່ອງລົງນາມໃນສັນຍາສະບັບນີ້ມີຄວາມໝາຍສຳຄັນ, ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນຄະນະຜູ້ແທນລະຫວ່າງສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ Burundi.

ຕອບກັບ

ຂ່າວ/ບົດ​ອື່ນ