ຫວຽດນາມ ແລະ ຍີ່ປຸ່ນ ລົງນາມໃນບົດບັນທຶກຊ່ວຍຈຳດ້ານກະສິກຳ ແລະ ສິນໃນນ້ຳ

ຫວຽດນາມ ແລະ ຍີ່ປຸ່ນ ລົງນາມໃນບົດບັນທຶກຊ່ວຍຈຳດ້ານກະສິກຳ ແລະ ສິນໃນນ້ຳ - ảnh 1
ພິທີລົງນາມໃນບົດບັນທຶກຊ່ວຍຈຳດ້ານກະສິກຳ ແລະ ສິນໃນນ້ຳ
(ພາບ: dangcongsan.vn)


(vovworld) – ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ດ້ານ​ກະສິກຳ ​ແລະ ສິນ​ໃນ​ນ້ຳ, ຖືກດຳ​ເນີນ​​​ໄປ​ໃນ​ວັນ​ທີ 11/03, ຢູ່​ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ Yoshinobu Nisaka, ຜູ້​ວ່າການ​​ແຂວງ Wakayama. ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດ​ທະ​ນາ​ຊົນນະບົດ ກາວ​ດຶກ​ຟາດ ຢືນຢັນ​ວ່າ, ​ເພື່ອ​ພັດທະນາ​ພື້ນຖານ​ກະສິກຳ​ຢ່າງ​ໝັ້ນຄົງ ​ໃນ​ສະພາບ​ເຊື່ອມ​ໂຍງເສດ​ຖະກິດ​​ເຂົ້າ​ກັບ​ສາກົນ, ການຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ພັດທະນາ​ໄດ້​ຮັບ​ການ​ຍູ້​ແຮງ​, ພິ​ເສດ​ແມ່ນການ​ຮ່ວມ​ມື​ຮອບດ້ານ​ກັບ​ຍີ່ປຸ່ນ, ​ໃນ​ນັ້ນ​ມີ​ແຂວງ Wakayama.

        “ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ພວກ​ເພື່ອນ ບໍ່​ພຽງ​ແຕ່​ກ່ຽວ​ກັບ​ການ​ພັດທະ​ນາ​ທາງ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ສຳຄັນ​ກວ່າ​ແມ່ນ​ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດອີກ​ດ້ວຍ. ​ເລື່ອງ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ມື້​ນີ້​ລະຫວ່າງ 2 ຝ່າຍ, ​ແມ່ນສະ​ແດງ​ໃຫ້​ເຫັນ​ສ່ວນ​ໜຶ່ງ​ຄວາມ​ສັດ​ສິນ​ໃຈ​ນັ້ນ. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຈະ​ພ້ອມ​ກັບ​ຜູ້​ວ່າການ​​ແຂວງ ແລະ ​ບັນດາ​ວິ​ສາ​ຫະກິດມານະ​ພະຍາຍາມ​ເພື່ອ​ໃຫ້​ທຸກ​ສິ່ງ ທຸກ​ຢ່າງທີ່​ໄດ້​ລົງ​ນາມ​​​ໃນ​ມື້​ນີ້ປະກົດ​ຜົນ​ເປັນ​ຈິງ”.

        ຕາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ແລ້ວ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແລະ ​ແຂວງ Wakayama ຂອງ​ຍີ່ປຸ່ນ ຈະ​ສຸມ​ໃສ່​ການ​ຮ່ວມ​ມື ​ແລະ ພັດທະນາ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ໃນ​ການ​ຜະລິດ, ປຸງ​ແຕ່ງ, ​ແຈກ​ຢາ​ຍ ​ແລະ ບັນດາ​ຂົງ​ເຂດ​ອື່ນໆ​ທີ່ຂຶ້ນ​ກັບຂົງ​ເຂດ​ກະສິກຳ ​ແລະ ສິນ​ໃນ​ນ້ຳ. ພ້ອມ​ທັງ​ຮ່ວມ​ມື​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ຊຸກຍູ້​ການ​ຄ້າ​ກະສິກຳ, ສິນ​ໃນ​ນ້ຳ…

ຂ່າວ/ບົດ​ອື່ນ