ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມືໃນ ຂະແໜງຊັບພະຍາ ກອນ, ສິ່ງແວດລ້ອມ

ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມືໃນ ຂະແໜງຊັບພະຍາ ກອນ, ສິ່ງແວດລ້ອມ - ảnh 1
ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ
ຕ້ອນຮັບທ່ານ​ລັດຖະມົນຕີ Nguyen Minh Quang
(ພາບ: kpl.net.la)

(vovworld) -     ຄະນະ​ຜູ້​ແທນ​ກະຊວງ​ຊັບພະຍາກອນ - ສິ່ງ​ແວດ​ລ້ອມ​ຫວຽດນາມ ​​ໂດຍ​ທ່ານ​ລັດຖະມົນຕີ Nguyen Minh Quang ນຳ​ໜ້າ ​​ໄດ້​ທຳ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ​ ໃນ​ລະຫວ່າງ​ວັນ​ທີ 21 – 23/10. ວັນ​ທີ 23/10 ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ຄະນະ​ຜູ້​ແທນ​ກະຊວງ​ຊັບພະຍາກອນທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ລາວ ​ແລະ ຄະນະ​ກຳມາທິການການ​ແມ່​ນ້ຳຂອງ​ແຫ່​ງຊາດ​ລາວ ​ໂດຍ​ທ່ານ​ລັດຖະມົນຕີ ນູລິນ ສິນ​ບັນດິດ ນຳ​ໜ້າ. ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ໂຄງການ​​​ໄຟຟ້າ​ນ້ຳຕົກ​ໃນ​ລຳ​ແມ່​ນ້ຳຂອງ, ທ່ານ​ລັດຖະມົນຕີ Nguyen Minh Quang ຊີ້​ແຈ້ງ​ທັດສະນະ​ຂອງ​ພັກ, ລັດ ​ແລະ ລັດຖະບານ​ຫວຽດນາມ ​ວ່າ ບັນ​ກາ​ກິດຈະກຳ​​ເຂື່ອນ​ໄຟຟ້າ​ນ້ຳຕົກ​ໃນ​ລຳ​ແມ່​ນ້ຳຂອງ ພຽງ​​ແຕ່​ຄວນດຳ​ເນີນ​ການ​ກໍ່ສ້າງ​ພາຍຫຼັງ​ທີ່​ໄດ້​ຮັບການ​ຕີ​ລາຄາຢ່າງຮອບດ້ານ ບັນດາ​​ຜົນ​ສະທ້ອນ​ເຖິງ​ສິ່ງ​ແວ​ດລ້ອ​ມຂອງ​ບັນດາເຂື່ອນ​ໄຟຟ້າ​ນ້ຳຕົກ ​ເຊິ່ງຈະ​ໄດ້​ຮັບ​ການ​​ກໍ່ສ້າງ​ໃນ​ລຳ​ແມ່​ນ້ຳ​ຂອງ. ​ຕາມ​ນັ້ນ​ແລ້ວ, ຫວຽດນາມ ສະ​ເໜີ​ໃຫ້ລາວ ​ເຂົ້າ​ຮ່ວມ​ພ້ອມກັບ​ບັນດາ​ປະ​ເທດ​ສະມາຊິກ​ຄະນະ​ກຳມາທິການ​ແມ່​ນ້ຳຂອງ​ສາກົນ ​ເພື່ອ​ດຳ​ເນີນ​ການ​ຄົ້ນຄວ້າ​ລວມ. ຄະນະ​ຜູ້​ແທນ​ຫວຽດນາມ ກໍ​​​ໄດ້​ມີ​ການແລກປ່ຽນ​ກັບ​ຝ່າຍ​ລາວ ກ່ຽວ​ກັບ​​ການ​ຕີ​ລາຄາຂອງ​ລາວ​ ທີ່ມີ​ຕໍ່​ການ​ກະທົບ​ຂອງເຂື່ອນ​ໄຟຟ້າ​ນ້ຳຕົກ ​ໄຊ​ຍະ​ບຸລີ. ລັດຖະມົນຕີ​ສອງ​ທ່ານໄດ້​ແລກປ່ຽນ​ທິດ​ທາງຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ໃນ​ໄລຍະ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ການແລກປ່ຽນ​ຂໍ້​ມູນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ກໍ​ຄື​ບົດຮຽນ​ໃນ​ການ​ຄຸ້ມຄອງ, ນຳ​ໃຊ້, ຂຸດ​ຄົ້ນ​ແຫຼ່ງນ້ຳ ​ແມ່​ນ້ຳຂອງ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ ​ແລະ ​ໃນ​ພາກ​ພື້ນ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນຫວຽດນາມ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ໄດ້​ລາຍ​ງານ​ໝາກຜົນ​ການ​ເຮັດວຽກກັບ​ຄະນະ​ຜູ້​ແທນກະຊວງຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ລາວ ​ແລະ ​ກຳມາທິການ​ແມ່​ນ້ຳຂອງ​ແຫ່​ງຊາດ​ລາວ.

ຂ່າວ/ບົດ​ອື່ນ