ຫວຽດນາມ ແລະ ອີຕາລີເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ.

(VOVWORLD) -ຕອນບ່າຍວັນທີ 1 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດອີຕາລີ ປະຈຳຫວຽດນາມ Antonino Alessandro ເຂົ້າຢ້ຽມຄຳນັບ
   ຫວຽດນາມ ແລະ ອີຕາລີເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ.  - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດອີຕາລີ  Antonino Alessandro

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ ວົງເງິນການຄ້າສອງຝ່າຍບັນລຸ 5 ຕື້ USD ໃນປີ 2018 ແມ່ນຍັງບໍ່ທັນເທົ່າທຽມກັບຄວາມສາມາດບົ່ມຊ້ອນເທື່ອ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະໜັບສະໜູນເລື່ອງ ສອງປະເທດຈະເປີດສາຍການບິນໂດຍກົງ, ຜ່ານນັ້ນ ກໍຊຸກຍູ້ການພົວພັນຮ່ວມມືແລກປ່ຽນລະຫວ່າງ 2 ປະເທດ.

   ສ່ວນ ທ່ານເອກອັກຄະລັດຖະທູດອີຕາລີ  Antonino Alessandro ໝັ້ນໝາຍຈະຊຸດຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການລົງທຶນ. ທ່ານເອກອັກຄະລັດຖະທູດອີຕາລີ  Antonino Alessandro ໃຫ້ຮູ້ວ່າ ສະຖານທູດອີຕາລີ ພວມກະກຽມໃຫ້ແກ່ການສົນທະນາຂັ້ນສູງກ່ຽວກັບການພົວພັນທາງດ້ານເສດຖະກິດລະຫວ່າງອີຕາລີ-ອາຊຽນ ຊຶ່ງຈະຖືກຈັດຂຶ້ນຢູ່ຮ່າໂນ້ຍໃນປີນີ້, ເວລານັ້ນ ຈະມີຄະນະວິສາຫະກິດໃຫຍ່ຈະມາຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ