ຫວຽດນາມ ແລະ ອິນເດຍ ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນຂອບເຂດຫຼາຍຝ່າຍ

(VOVWORLD) -  ທ່ານປະທານາທິບໍດີ ອິນເດຍ Ram Nath Kovind ຢັ້ງຢືນວ່າຈະມານະພະຍາຍາມເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ໃນຫຼາຍຂົງເຂດກ່ວາອີກ
ຫວຽດນາມ ແລະ ອິນເດຍ ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນຂອບເຂດຫຼາຍຝ່າຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ  ແລະ  ທ່ານປະທານາທິບໍດີ ອິນເດຍ Ram Nath Kovind

ຕອນບ່າຍວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind. ນະທີ່ນີ້, 2 ຝ່າຍຢືນຢັນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນຂອບເຂດຫຼາຍຝ່າຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນການພົວພັນແບບພິເສດກັບບັນດາເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ອິນເດຍ. ທ່ານປະທານາທິບໍດີ ອິນເດຍ Ram Nath Kovind ຢັ້ງຢືນວ່າຈະມານະພະຍາຍາມເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ໃນຫຼາຍຂົງເຂດກ່ວາອີກ, ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້ລະຫວ່າງ 2 ປະເທດພາຍຫຼັງສ້າງຕັ້ງການພົວພັນທາງການທູດມາເປັນເວລາກ່ວາ 45 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ