ຫວຽດນາມ ແລະ ອາເມລິກາ ຈັດຕັ້ງການພົບປະເຈລະຈາຄວາມໝັ້ນຄົງດ້ານພະລັງງານຄັ້ງທຳອິດ

(VOVWORLD) - ວັນທີ 30 ມີນາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງການຕ່າງປະເທດ ອາເມລິກາ ໄດ້ຈັດຕັ້ງການພົບປະເຈລະຈາຄວາມໝັ້ນຄົງດ້ານພະລັງງານຄັ້ງທຳອິດຢູ່ ຮ່າໂນ້ຍ.
ຫວຽດນາມ ແລະ ອາເມລິກາ ຈັດຕັ້ງການພົບປະເຈລະຈາຄວາມໝັ້ນຄົງດ້ານພະລັງງານຄັ້ງທຳອິດ - ảnh 1 ຫວຽດນາມ ແລະ ອາເມລິກາ ຈັດຕັ້ງການພົບປະເຈລະຈາຄວາມໝັ້ນຄົງດ້ານພະລັງງານຄັ້ງທຳອິດ (ພາບ: vietnam+)

ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຮ່ວາງກວກເວືອງ ແລະ ທ່ານຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບການຕ່າງປະເທດດ້ານພະລັງງານ Sandra Oudkirk ເປັນປະທານບັນດາການປຶກສາຫາລື.

        ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກິດ ແລະ ການຄ້າ ຮ່ວາງກວກເວືອງ ໃຫ້ຮູ້ວ່າ:

        “ໃນການຮ່ວມມືດ້ານພະລັງງານລະຫວ່າງ 2 ປະເທດ, ພວກເຮົາສາມາດຍູ້ແຮງໃນຫລາຍຂົງເຂດກ່ວາອີກ. ລະອຽດຄື: ເພີ່ມທະວີການຮ່ວມມືໃນບັນດາໂຄງການສຳຫລວດຂຸດຄົ້ນນ້ຳມັນອາຍແກັສທີ່ມີຢູ່ແລ້ວ ແລະ ຊອກຫາໂອກາດພັດທະນາບັນດາໂຄງການໃໝ່ຢູ່ ຫວຽດນາມ; ຮ່ວມມືໃນຂົງເຂດກັ່ນຕອງນ້ຳມັນ, ປຸງແຕ່ງບັນດາຜະລິດຕະພັນນ້ຳມັນອາຍແກັສ, ບັນດາໂຄງການລົງທຶນພື້ນຖານໂຄງລ່າງເພື່ອຮັບໃຊ້ໃຫ້ແກ່ການນຳເຂົ້າພະລັງງານ, ພິເສດແມ່ນພະລັງງານໃໝ່ຢູ່ ຫວຽດນາມ; ພັດທະນາລະບົບຕາໜ່າງໄຟຟ້າສາຍສົ່ງໃໝ່; ໝູນໃຊ້ເຕັກໂນໂລຢີຕາໜ່າງໄຟຟ້າສະຫລາດ…

        ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບເລື່ອງຮັບປະກັນຄວາມໝັ້ນຄົງໃຫ້ແກ່ພື້ນຖານໂຄງລ່າງ ແລະ ບັນດາແຫຼ່ງກຳລັງສຳຄັນ; ການຮ່ວມສຳພັນດ້ານພະລັງງານໃນພາກພື້ນ ແລະ ການຄ້າພະລັງງານ…ພ້ອມກັນນັ້ນ ແມ່ນກາລະໂອກາດຂອງບັນດາວິສາຫະກິດ ອາເມລິກາ ໃນຂະແໜງພະລັງງານ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ