ຫວຽດນາມ ແລະ ອາເມລິກາ ຕ້ອງມີສັນຍາການຄ້າເສລີສອງຝ່າຍ

(vovworld) – ​ ​ທ​້າຍ​ອາ​ທິດ​ຜ່ານ​ມາ, ທີ່​ມະ​ຫາ​ວິ​ທະ​ຍາ​ໄລ Havard ( ປະ​ເທດ ອາ​ເມ​ລິ​ກາ), ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ນະ​ໂຍ​ບາຍ​ຂອງ​ອຳ​ນາດ​ການ​ປົກ​ຄອງ Trump: ບັນ​ດາ​ຜົນ​ກະ​ທົບ​ສ​ຳ​ລັບ​ຄວ​າມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຢູ່ ອາ​ຊີ - ປາ​ຊີ​ຟິກ”. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິກາ ຟ​້າມກວາງວີງ ຫວັງ​ວ່າ: ຄວາມ​ຄືບ​ໜ້າ​ອັນ​ດີ​ງາມ​ຂອງ​ການ​ພົວ​ພັນ​ ຫວຽດ​ນາມ - ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ ແລະ ຊຸກ​ຍູ້ ເຖິງວ່າ ປະ​ເທດ ອາ​ເມ​ລິ​ກາ ພາຍ​ໃຕ້​ການ​ນຳ​ພາ​ຂອງ ອຳ​ນາດ​ການ​ປົກ​ຄອງ Trump ພ​ວມ​ສ້າງ​ຕັ້ງ​​ບັນ​ດາບ​ຸ​ລິ​ມະ​ສິດ​ໃນ​ການ​​ພົວ​ພັນ​ກັບຕ່າງ​ປະ​ເທດຄືນ​ໃໝ່. ກ່ຽວ​ກັບ​ບັນ​ຫາການ​ຄ້າ​ເສ​ລີ, ບັນ​ດາ​ນັກ​ປາ​ຖະ​ກະ​ຖາ​ລ້ວນ​ແຕ່​​ຖື​ວ່າ​ການ​ກະ​ທົບ​ຈາກ​ເລື່ອງ ອາ​ເມ​ລິ​ກາ ຖອນ​ອອກ​ຈາກ TPP ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກ​ິດ ຫວຽດ​ນາມ ຄ່ອຍໆ​ຫລຸດ​ລົງ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ຍາ​ມ​ໃດ ຫວຽ​ດ​ນາມ ​ກໍ່​​ຕ້ອງ​ຢູ່​ໃນ​ທ່າກຽມ​ພ້ອມ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ 2 ຝ່າຍ​ກັບ ອາ​ເມ​ລິ​ກາ. ທ່ານ Dapice, ສາ​ສະ​ດາ​ຈານ ກ່ຽວ​ກັບ​ເສດ​ຖະ​ກິດ​ພັດ​ທະ​ນາ ອາ​ຊີ​ຕາ​ເວັນ​ອອກ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ Havard, ໄດ້​ຍົກ​ອອກ​ບາງ​ຂໍ​້​ສະ​ເໜີ​ແນະ​ໃຫ້​ແກ່ ຫວຽດ​ນາມ, ຄື​ການ​ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ມີ​ກຳ​ລັງ​ຄວາມ​ສາ​ມາດ ແລະ ກຳ​ລັງ​ແກ່ງ​ແຍ້ງ​ສູງ​ກ່​ວາ; ກຽມ​ພ້ອມ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ 2 ຝ່າຍກັບ ອາ​ເມ​ລິ​ກາ …


ຂ່າວ/ບົດ​ອື່ນ