ຫວຽດນາມ ແລະ ເບລາຣຸດ ສືບຕໍ່ຮັກສາ ການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມ ແລະ ເບລາຣຸດ ສືບຕໍ່ຮັກສາ ການຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​
ຕ້ອນຮັບ​ພົນ​ຈັດຕະວາ Valery Vakulchik
(ພາບ: TTXVN)


(vovworld) – ​​ຕອນ​ບ່າຍ​ວັນ​ທີ 24/09, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ຕ້ອນຮັບ​ພົນ​ຈັດຕະວາ Valery Vakulchik, ປະທານ​ຄະນະ​ກຳມະການ​ປ້ອງ​ກັນຄວາມ​ສະຫງົບແຫ່ງຊາດສ.​ເບ​ລາຣຸດ ພວມ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່​ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ​ຄຽງ​ຂ້າງ​ການ​ຮ່ວມ​ມື​ອັນ​ດີງາມ​​ດ້ານ​ການ​ເມືອງ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຄວາມ​ສະຫງົບ, ຫວຽດນາມ ​ແລະ ​ເບ​ລາຣຸດ ຄວນສືບ​ຕໍ່​ຮັກສາ​ຂົງ​ເຂດ​ຮ່ວມ​ມື​ສຶກສາ​ມູນ​ເຊື້ອ, ​ເປີ​ດກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ​ໂທລະ​ຄົມ. ຫວຽດນາມ ມີ​ທ່າ​ແຮງ​ກ່ຽວ​ກັບ​ເຄື່ອງ​ໃຊ້​ສອຍ, ອຸດສາຫະກຳ​ເບົາ, ​ໃນ​ຂະ​ນະ​ທີ່, ​ເບ​ລາຣຸດ ມີ​ທ່າ​​ແຮງ​ກ່ຽວ​ກັບ​ອຸດສາຫະກຳ​ໜັກ ​ແລະ ພະລັງງານ. ສະ​ນັ້ນ, 2 ປະ​ເທດ​ສາມາດ​ເພີ່ມ​ເຕີມ​ໃຫ້​ກັນ​ໃນ​ການ​ຮ່ວມ​ມື​ລົງທຶນ ​ແລະ ການຄ້າ. ທ່ານ​ປະທານ​ປະ​ເທດສະ​ແດງ​ຄວາມ​ຫວັງ​ວ່າ, ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ຮ່ວມ​ສຳພັນດ້ານ​ພາສີ​ລັດ​ເຊຍ - ກາຣັກສຖານ - ​ເບ​ລາຣຸດ ຈະ​ສິ້ນ​ສຸດ​ການ​ເຈລະຈາ​ໃນ​ອະນາຄົດ​ໃກ້ໆ​ນີ້. ​ກ່ຽວກັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ເບ​ລາຣຸດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ ຫວຽດນາມ ພວມ​ປະຕິບັດວິວັດ​ການ​ປ່ຽນ​ໃໝ່, ຍາມ​ໃດ​ກໍ່​ເຄົາລົບ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ​ເບ​ລາຣຸດ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຮັກສາ​ການ​ຢ້ຽມຢາມ ​ແລະ ການ​ພົບ​ປະກັນ​ສູງ ​ແລະ ທຸກ​ຂັ້ນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​​ໃຫ້​ເໝາະ​ສົມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ ​ແລະ ຄວາມ​ສາມາດ​ບົ່ມຊ້ອນ, ຄວາມ​ຫວັງ​ຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ