ຫວຽດນາມ ໜູນຊ່ວຍ ກຳປູເຈຍ ກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດແຫ່ງຊາດ

(VOVWORLD) -ຕອນເຊົ້າວັນທີ 22 ມີນາ, ຢູ່ແຂວງ Preah Sihanouk ຂອງກຳປູເຈຍໄດ້ຈັດພິທີເປີດສູນປິ່ນປົວແລະຟື້ນຟູຜູ້ຕິດຢາເສບຕິດໂດຍສະໝັກໃຈ. ສູນດັ່ງກ່າວໄດ້ຮັບການກໍ່ສ້າງໃນເນື້ອທີ່ 20 ເຮັກຕາ, ຢູ່ເມືອງ Stung Hao, ແຂວງ Preah Sihanouk ດ້ວຍ ຍອດມູນຄ່າການກໍ່ສ້າງ ແມ່ນກວ່າ 7,4 ລ້ານ USD, ໃນນັ້ນ, ລັດຖະບານ ຫວຽດນາມ ຊ່ວຍເຫຼືອເງິນ 3 ລ້ານ USD
ຫວຽດນາມ ໜູນຊ່ວຍ ກຳປູເຈຍ ກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດແຫ່ງຊາດ - ảnh 1ຍອດມູນຄ່າການກໍ່ສ້າງ ສູນບຳບັດຜູ້ຕິດຢາເສບຕິດແມ່ນກວ່າ 7,4 ລ້ານ USD, ໃນນັ້ນ,  ຫວຽດນາມ ຊ່ວຍເຫຼືອເງິນ 3 ລ້ານ USD

      ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນຮຸຍຕັງ ຊີ້ແຈ້ງວ່າ: ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມື, ແບ່ງປັນບັນດາຮູບແບບຢ່າງປະສົບຜົນສຳເລັດໃນການບຳບັດຜູ້ຕິດຢາເສບຕິດກັບ ກຳປູເຈຍ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ: ໂຄງການແມ່ນຂີດໝາຍສຳຄັນຂອງປີມິດຕະພາບ ຫວຽດນາມ - ກຳປູເຈຍ ; ກຳປູເຈຍ - ຫວຽດນາມ ແລະ ປະກອບສ່ວນເຂົ້າໃນການຮັບຕ້ອນເຫດການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (24/6/1967 – 24/6/2022 ) ແລະ ພ້ອມກັນນັ້ນ ກໍປະກອບສ່ວນຍົກສູງປະສິດທິຜົນວຽກງານ ສະກັດກັ້ນ ຢາເສບຕິດຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ