ຫວຽດນາມ-ຈີນຊຸກຍູ້ການຮ່ວມມືພົວພັນແລກປ່ຽນປະຊາຊົນ

ຫວຽດນາມ-ຈີນຊຸກຍູ້ການຮ່ວມມືພົວພັນແລກປ່ຽນປະຊາຊົນ - ảnh 1
ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນທ້ຽນ​ເຍີນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ ຈີນ

(vovworld) – ວັນ​ທີ 21/11, ຢູ່ ຮ່າ​ໂນ້ຍ, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນທ້ຽນ​ເຍີນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ ຈີນ ​ໂດຍ​ທ່ານ ຫຼີ​ແສວ​ເຟິງ​, ຮອງ​ປະທານສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ ຈີນ ນຳ​ໜ້າ, ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນ​ທ້ຽນ​ເຍີນ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ຂອງ​ຄະນະ​ຈະ​ປະກອບ​ສ່ວນ​ປັບປຸງ​ສາຍ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະຫວ່າງ ຫວຽດນາມ - ຈີນ. ທ່ານ ຫຼີ​ແສວ​ເຟິງ ຫວັງ​ວ່າ: ​​ໃນ​ໄລຍະ​ຈະ​ມາ​ເຖິງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດນັບ​ມື້​ນັບ​ພັດທະນາ, ໝັ້ນຄົງ, ຍາວ​ນານ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃຫຍ່ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫວູຈ້ອງ​ກິມ ​ໄດ້​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ ຈີນ. 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ, ໜ້າທີ່ ​ແລະ ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ຂອງ 2 ອົງການ, ພ້ອມ​ທັງ​​ເຫັນ​ດີ​ເປັນ​ເອກະສັນ​ຈະ​ພ້ອມ​ກັນ​ຍູ້​ແຮງ​ການ​ຮ່ວມ​ມື​ພົວພັນ​ແລກປ່ຽນ​ປະຊາຊົນ ​ເພື່ອ​ຮັດ​ແໜ້ນການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະ​ຫວ່າງ 2 ອງການ​ກໍ່​ຄີ​ລະຫວ່າງ​ປະຊາຊົນ 2 ປະ​ເທດ.

       

ຂ່າວ/ບົດ​ອື່ນ