ຫວຽດນາມຊຸກຍູ້ສົ່ງເສີມການຄ້າຢູ່ມາເລເຊຍ

ຫວຽດນາມຊຸກຍູ້ສົ່ງເສີມການຄ້າຢູ່ມາເລເຊຍ - ảnh 1
ພາບປະກອບ

(vovworld) – ​ໃນ​ວັນ​ທີ 11 – 12/6, ຄະນະ​ປະຕິບັດ​ງານ ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ - ການ​ຄ້າ ​ເຈີ່ນ​ແອ​ງຕ໋ວນ ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ ​ແລະ​ ​ເຮັດ​ວຽກ​ຢູ່ ມາ​ເລ​ເຊຍ.

    ທີ່​ການ​ພົບ​ປະກັບ​ຝ່າຍ ມາ​ເລ​ເຊຍ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ການ​ຄ້າ​ເຂົ້າສານ, ຊຸກຍູ້​ບັນດາ​ສັນຍາ​ການ​ຄ້າ​ລາຍ​ໃຫຍ່​ກ່ຽວ​ກັບ​ເຂົ້າ​ສານສົ່ງ​ອອກ​ ມາ​ເລ​​ເຊຍ. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ປະສົມ​ໃນ​ວາລະ​ປະຊຸມ​ທີ 1 ​ເພື່ອ​ກວດກາ, ຕີ​ລາຄາ ​ແລະ ​​ເປັນເອກະ​ພາບຕໍ່​ບັນດາ​​ແຜນການ​ຜັນ​ຂະຫຍາຍ​ຈະ​ມາ​ເຖິງ​ກ່ຽວ​ກັບ​ການ​ເພີ່ມ​ທະວີ ​ແລະ ​ເປີດ​ກ້ວາງ​ການ​ຮ່ວມ​ມື 2 ຝ່າຍ, ​ເຫັນ​ດີ​ເປັນ​ເອກະພາບ​ຕໍ່ຂໍ້​ລິ​ເລິ່ມສ້າງ​ຕັ້ງ​ສະພາ​ການ​ຄ້າ​ຂອງ​ວິ​ສາ​ຫະກິດ 2 ປະ​ເທດ​ເພື່ອຜັນ​ຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

    ປະຈຸ​ບັນ, ຫວຽດນາມ  ​ແລະ ມາ​ເລ​​ເຊຍ ມີ​ສາຍ​ພົວພັນ​ພັດ​ໄດ້​ຮັບ​ການທະນາ​ອັນ​ດີງາມ​ໃນ​ທຸກ​ດ້ານ, ລວມທັງ​ດ້ານ​ເສດຖະກິດ ​ແລະ ກາ​ນຄ້າ. ປະຈຸ​ບັນ, ມາ​ເລ​ເຊຍ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ​ຫວຽດນາມ ​ໃນ​ອາ​ຊຽນ ​ແລະ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ໃຫຍ່​ອັນ​ດັບ 5 ຂອງ ມາ​ເລ​ເຊຍ ​ໃນ​ພາກ​ພື້ນ. ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ໃນ​​ໄລຍະ 4 – 5 ປີ​ມາ​ນີ້​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງໄວ, ຈາກ 4,5 ຕື້ USD ປີ 2009 ຂຶ້ນ​ເຖິງ 9,7 ຕື້ USD ປີ 2013. ນີ້​ແມ່ນ​ພື້ນຖານ​ສຳຄັນ​​ເພື່ອ​ໃຫ້ 2 ປະ​ເທດ​ວາງ​ຈຸດໝາຍ​ນຳ​ວົງ​​ເງິນ​ການ​ຄ້າ 2 ສົ້ນ​​ໃຫ້ຂຶ້ນ​ເຖິງ 11 ຕື້ USD ​ໃນ​ປີ 2015.


ຂ່າວ/ບົດ​ອື່ນ