ຫວຽດນາມຊ່ວຍລາວພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ(ໄອທີ)

ຫວຽດນາມຊ່ວຍລາວພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ(ໄອທີ) - ảnh 1
(ພາບປະກອບ:ອິນເຕີແນັດ)

(vovworld) – ຕອນ​ຄຳ່​ວັນ​ທີ 18/6, ຢູ່​ນະຄອນຫຼວງ ວຽງ​ຈັນ, ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ (BIDV) ​ໄດ້​ຈັດ​ຕັ້ງ​ພິທີກວດຄືນ, ມອບ​ຮັບໂຄງການ​ໜູນ​ຊ່ວຍ​ພັດທະນາ​ລະບົບ​​ໄອ​ທີ​ໃຫ້​ຫ້ອງ​ວ່າການ​ລັດຖະບານ​ລາວ. ໂຄງການ​ໜູນ​ຊ່ວຍ​ພັດທະນາ​ລະບົບ​​ໄອ​ທີ​ໃຫ້​ຫ້ອງ​ວ່າການ​ລັດຖະບານ​ລາວ ລວມມີ: ການບຳລຸງ​ສ້າງ​, ຍົກ​ສູງ​ລະດັບ​ຄວາມ​ຮູ້​ໃຫ້​ພະນັກງານ​ໄອ​ທີ, ປະກອບ​ອຸປະກ​ອນ ​ແລະ ສ້າງ​ລະບົບ Email ໃຊ້​ສະ​ເພາະ​ໃຫ້​ຫ້ອງ​ວ່າການ​ລັດຖະບານ​ລາວ, ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 83.000 USD. ດ້ວຍ​ການ​ໜູນ​ຊ່ວຍ​ຂອງ BIDV, ພື້ນຖານ​ໄອ​ທີ​ຂອງ​ຫ້ອງ​ວ່າການ​ລັດຖະບານໄດ້​ຮັບ​ການ​ຍົກ​ລະດັບ​ເປັນ​ທັນ​ສະ​ໄໝ, ​ເພີ່ມ​ລັກສະນະ​ຮັກ​ສາ​ຄວາມ​ລັບ, ຮັບ​ໃຊ້​ໃຫ້ການ​ເຄື່ອນ​ໄຫວ​ເປັນ​ປະຈຳ​ຂອງ​ອົງການ​ເປັນ​ຢ່າງ​ດີ. ນີ້​ກໍ​ແມ່ນ​ຂົງ​ເຂດ ​ເຊິ່ງລັດຖະບານ​ລາວ ພວມຕ້ອງການ​ລົງທຶນ​ເພື່ອ​ພັດທະນາ, ຄ່ອຍໆທຽບ​ທັນກັບ​ລະດັບ​ໄອ​ທີ​ທີ່​ທັນ​ສະ​ໄໝ​ໃນ​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ