ຫວຽດນາມປະຕິບັດນະໂຍບາຍສົ່ງເສີມ,ໃຫ້ບຸລິມະສິດໃນຂົງເຂດວິທະຍາສາດແລະເຕັກໂນໂລຊີເປັນຢ່າງດີ

ຫວຽດນາມປະຕິບັດນະໂຍບາຍສົ່ງເສີມ,ໃຫ້ບຸລິມະສິດໃນຂົງເຂດວິທະຍາສາດແລະເຕັກໂນໂລຊີເປັນຢ່າງດີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ
(ພາບ: TTXVN)


​(vovworld) – ວັນ​ທີ 20/05, ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະພາ​ມະຫາບັນດິດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ (20/05/1975 – 20/05/2015), ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຢືນຢັນ​ວ່າ, ບັນດາ​ນັກວິທະຍາສາດ​ແມ່ນຍອດ​ຍິ່ງຂອງ​ປະ​ເທດ​ຊາດ; ລັດ, ລັດຖະບານ ​ແລະ ທັງສັງຄົມ​ໄດ້ລໍຖ້າ​ຖັນ​ແຖວ​ບັນດາ​ນັກວິທະຍາສາດ. ​ເພາະສະ​ນັ້ນ, ສະພາ​ມະຫາບັນດິດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ຄວນ​ກໍ່ສ້າງ​​ບັນດາ​ສະ​ຖາ​ບັນ​ຄົ້ນຄວ້າທີ່​ກ້າວໜ້າ, ມີ​ກຳລັງ​ແຜ່​ລາມ​ອອກ​ສູ່ທົ່ວ​ສັງຄົມ, ປະຊາ​ຄົມ​ບັນດາ​ນັກວິທະຍາສາດ ​ແລະ ມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ພື້ນຖານ​ວິ​ທະ​ສາ​ສາດ​​ໂລກ. ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫວູດຶກ​ດາມ ​ໄດ້ສະ​ເໜີວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາ​ມະຫາບັນດິດຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່​ວິທີ​ຄຸ້ມ​ຄອງ, ປະຕິບັດ​ນະ​ໂຍບາຍ​ສົ່ງ​ເສີມ, ​ໃຫ້​ບຸລິມະສິດ​ດ້ານ​ວິ​ທະ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ເປັນ​ຢ່າງ​ດີ, ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ສາກົນ, ​ເພີ່ມ​ທະວີ​ການ​ນຳສະ​ເໜີ ​ແລະ ຈັດ​ຕັ້ງ​​ປະຕິບັດ​ບັນດາ​ໜ້າ​ທີ່​ວິທະຍາສາດ​​ລະດັບ​ຊາດ.
ຂ່າວ/ບົດ​ອື່ນ