ທ່ານ ຟ້າມບີ່ງມິງ ເຂົ້າຮ່ວມກອງປະຊຸມ
(vovworld) – ຫວຽດນາມ ປະຕິບັດບັນດາສົນທິສັນຍາສາກົນກ່ຽວກັບຄວາມໝັ້ນຄົງປອດໄພດ້ານນິວເຄຼຍ ຢ່າງເຂັ້ມງວດ - ນີ້ແມ່ນການຢັ້ງຢືນຂອງທ່ານ ຮ່າກິມງອກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດກ່ຽວກັບຄວາມໝັ້ນຄົງປອດໄພດ້ານນິວເຄຼຍ ຄັ້ງທີ 4 ປີ 2016 ຈັດຂຶ້ນໃນລະຫວ່າງວັນທີ 31/3 – 1/4 ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ. ທ່ານ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຮ່າກິມງອກ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ມີການເຂົ້າຮ່ວມຂອງກ່ວາ 50 ການນຳບັນດາປະເທດ ແລະ ອົງການສາກົນ, ໄດ້ບັນລຸຜົນສຳເລັດຢ່າງຈົບງາມ. ທີ່ກອງປະຊຸມ, ການນຳໂລກຢັ້ງຢືນຄຳໝັ້ນສັນຍາດ້ານການເມືອງໃນຄວາມມະນາພະຍາຍາມສະກັດກັ້ນການເຜີຍແຜ່ອາວຸດນິວເຄຼຍ, ກໍຄືການນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ.
ທ່ານ ຮ່າກິມງອກ ໃຫ້ຮູ້ວ່າ, ຫວຽດນາມ ຈະເຊັນບັນດາຂໍ້ຕົກລົງສາກົນກັບຫຼາຍປະເທດເພື່ອຊຸກຍູ້ການນຳໃຊ້ພະລັງງານນິວເຄຼຍເພື່ອສັນຕິພາບ. ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກປະຊາຄົມໂລກ ແລະ ປະເທດເຈົ້າພາບ ອາເມລິກາ.