ຫວຽດນາມ-ລາວ-ກຳປູເຈຍ-ມຽນມາ ເພີ່ມທະວີການຮ່ວມມືມຸ່ງໄປເຖິງພື້ນຖານການບໍລິຫານລັດທີ່ໂປ່ງໃສ,ມີປະສິດທິຜົນ

ຫວຽດນາມ-ລາວ-ກຳປູເຈຍ-ມຽນມາ ເພີ່ມທະວີການຮ່ວມມືມຸ່ງໄປເຖິງພື້ນຖານການບໍລິຫານລັດທີ່ໂປ່ງໃສ,ມີປະສິດທິຜົນ - ảnh 1
ກອງ​ປະຊຸມ​ການ​ຮ່ວມ​ມື​ສາກົນ​ຄັ້ງ​ທີ 6 ລະຫວ່າງ​ບັນດາ​ປະ​ເທດ
ຫວຽດນາມ - ລາວ - ກຳປູ​ເຈຍ - ມຽນມາ
(ພາບ: vtvnews)

(vovworld) - ວັນ​ທີ 17/8, ຢູ່​ນະຄອນ ດ່າ​ໜັງ, ​​ໄດ້ໄຂ​ກອງ​ປະຊຸມ​ການ​ຮ່ວມ​ມື​ສາກົນ​ຄັ້ງ​ທີ 6 ລະຫວ່າງ​ບັນດາ​ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ - ມຽນມາ ​​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນ​ໃນ​ການ​ຕັດສິນ ​ແລະ ກວດກາ, ຕິດຕາມ​ກ່ຽວ​ກັບ​ງົບປະມານ, ມຸ່ງ​​ໄປເຖິງ​ພື້ນຖານ​ການ​ເງິນ​​ແຫ່ງລັດ​ມີ​ປະສິດທິ​ຜົນ, ​ໂປ່​ງ​ໃສ. ກອງ​ປະຊຸມ​ໂດ​ຍ​ກຳມະທິການການ​ເງິນ - ງົບປະມານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ ດ້ວຍ​ການ​ໜູ​ນຊ່ວຍ​ຈາກ​ທະນາຄານ​ໂລກ​ປະຈຳ ຫວຽດນາມ.      

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານ ດຣ ຟຸ່ງກວ໋ກຫຽນ ຫົວໜ້າ​ກຳມາ​ທິການ​ການ​ເງິນ - ງົບປະມານ ສະພາ​ແຫ່ງ​ຊາດ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ຫວຽດນາມ - ລາວ - ກຳປູ​ເຈຍ - ມຽນມາ ລ້ວນ​ແຕ່​ແມ່ນ​ພື້ນຖານ​ເສດຖະກິດ​ກຳລັງພັດທະນາ, ພວມ​​ເຊື່ອມ​ໂຍງ​ເຂົ້າ​ພື້ນຖານ​ເສດຖະກິດ​ໂລກ​ເທື່ອ​ລະ​ກ້າວ. ​ເພາະສະ​ນັ້ນ ບໍ່​ວ່າ​ການ​ເຄື່ອນ​ໄຫວ​ໃດໆ ຂອງ​ເສດຖະກິດ​ໂລກ ລ້ວນ​ແຕ່​ມີ​ຜົນ​ກະ​ທົບ​ໂດຍ​ກົງ ​ແລະ ທາງ​ອ້ອມ​ຕໍ່​ເສດຖະກິດຂອງ 3 ປະ​ເທດ. ການ​ຍົກ​ສູງ​ຄຸນ​ນະພາ​ບ​ໃນ​ການ​ຕັດສິນ ​ແລະ ຕິດ​ຕາມ​ກວດກາ​ໃນ​ຂົງ​ເຂດ​ການ​ເງິນ - ງົບ​ປະມານ ຈະ​ສາມາດຍົກສູງ​​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ຂອງ​ການ​ນຳ​ໃຊ້​ແຫຼ່ງ​ເງິນ​ລົງທຶນ. ຈາກ​ນັ້ນ ກໍ​ມີ​ທິດ​ທາງ ​ແລະ ການກຳນົດ​ທິດພັດ​ຖະນາ​ເສດຖະກິດ​ອັນຖືກຕ້ອງ, ປະກອບສ່ວນ​ນຳ​​ປະ​ເທດຊາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນຖານ​ເສດຖະກິດ​ໂລກ​ຢ່າງ​ເລິກ​ເຊິ່ງ ​ແລະ ພັດ​ທະນາ​ແບບ​ຮອບດ້ານ, ໝັ້ນຄົງ.

ຂ່າວ/ບົດ​ອື່ນ