ຫວຽດນາມ-ລາວຍູ້ແຮງການຮ່ວມມືໃນຂົງເຂດສາທາລະນະສຸກ

ຫວຽດນາມ-ລາວຍູ້ແຮງການຮ່ວມມືໃນຂົງເຂດສາທາລະນະສຸກ - ảnh 1
(ຄະນະ​ຜູ້​ແທນ​ໂຮງໝໍ E ​ເຮັດ​ວຽກ​ກັບ​ໂຮງໝໍ​
ມະ​ໂຫສົດ ນະຄອນຫລວງ ວຽງ​ຈັນ ລາວ)


(vovworld) – ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ ​ໃນ​ລະຫວ່າງ​ວັນ​ທີ 23 – 26/9, ວັນ​ທີ 25/9 ຄະນະ​ຜູ້​ແທນ​ໂຮງໝໍ E ມີ​ການ​ເຮັດ​ວຽກ​ກັບ​ໂຮງໝໍ​ມະ​ໂຫສົດ ນະຄອນຫລວງ ວຽງ​ຈັນ ລາວ. ​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ວີ​ຊາ​ສະ​ເພາະ​ລະຫວ່າງ 2 ​ໂຮງໝໍ ​ແລະ ປຶກສາ​ຫາລື​ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. 2 ຝ່າຍ​ແລກປ່ຽນ​ກ່ຽວ​ກັບ​ບາງ​ບົດຮຽນ​ການ​ເຄື່ອນ​ໄຫວ​ວິ​ຊາ​ສະ​ເພາະ. ພິ​ເສດ, ຝ່າຍ​ໂຮງໝໍ E ຈະ​ຜັນ​ຂະຫຍາຍ​ກວດ ປິ່ນປົວ​ພະຍາດຫົວ​ໃຈ​ໃຫ້​ຄົນ​ເຈັບ ລາວ, ບຳລຸງ​ສ້າງ​ພະນັກງານ​ການ​ແພດ ລາວ ກ່ຽວ​ກັບ​ການຜ່າ​ຕັດຫົວ​ໃຈ ​ແລະ ບັນດາ​ຂະ​ແໜງ​ອື່ນໆ​. ຜູ້ຕາງ​ໜ້າ​ຝ່າຍ​ໂຮງໝໍ​ ລາວ​ ​ໃຫ້​ຮູ້​ວ່າ: 2 ຝ່າຍ​ຈະ​ສ້າງ​​ແຜນການ​ຮ່ວມ​ມື​ຢ່າງ​ລະອຽດ, ກ່ອນ​ອື່ນ​ໝົດ​ຈະ​ສຸມ​ໃສ່​ເຂົ້າ​ໃນ​​ສະ​ເພາະຂະ​ແໜງຫົວ​ໃຈການ​ຮ່ວມ​ມື​ນີ້ ຈະ​ປະກອບສ່ວນ​ປັງ​ປຸງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ທີ່​ມີ​ຢູ່​ແລ້ວ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ