ຫວຽດນາມ-ລາວຮ່ວມມື,ແບ່ງປັນຂໍ້ມູນຂ່າວສານເພື່ອປ້ອງກັນແລະຕ້ານອາດສະຍາກຳ

ຫວຽດນາມ-ລາວຮ່ວມມື,ແບ່ງປັນຂໍ້ມູນຂ່າວສານເພື່ອປ້ອງກັນແລະຕ້ານອາດສະຍາກຳ - ảnh 1
ຫວຽດ​ນາມ-ລາວ​ຮ່ວມ​ມື,ແບ່ງ​ປັນຂໍ້​ມູນ​ຂ່າວ​ສານ
ເພື່ອປ້ອງ​ກັນແລະ​ຕ້ານ​ອາດ​ສະ​ຍາ​ກຳ
(ພາບ: TTXVN)

(vovworld)- ໃນ​ຕອນ​ເຊົ້າ​ວັນ​ທີ 6/7, ຢູ່​ນະ​ຄອນ​ດ່າ​ໜັງ, ແຂວງ​ແຄ໋ງ​ຮ​່ວາ, ກົມ​ໃຫຍ່​ຕຳຫຼວດ, ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ​ເປີດ​​ກອງ​ປະ​ຊຸມ​ຮ່ວມ​ມືປ້ອງ​ກັນ, ຕ້ານອາດ​ສະ​ຍາ​ກຳ, ເພື່ອຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ຄວາມ​​ສະ​ຫງົບ, ປອດ​ໄພ​ສັງ​ຄົມ ຄັ້ງ​ທີ 7  ລະ​ຫວ່າງ​ ກຳ​ລັງ​ຕຳຫຼວດ, ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ກຳ​ລັງ​ຕຳຫຼວດ, ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລາວ. ທີ່ກອງ​ປ​ະ​ຊຸມ, ກຳ​ລັງ​ຕຳຫຼວດ​ຫວຽດ​ນາມ ແລະ ລາວ ເຫັນ​ດີ​ເປັນ​ເອກ​ະ​ພາບ ​ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ ໃນ​ວຽກ​ງານສົມ​ທົບ​ປ້ອງ​ກັນ ແລະ ​ຕ້ານ​ອາດ​ສະ​ຍາ​ກຳ ລະ​ຫວ່າງ​ ກຳ​ລັງ​ຕຳຫຼວດ​ ຂອງ​ສ​ອງ​ປະ​ເທດ​ ຢ່າງ​ຕັ້ງ​ໜ້າ. ພິ​ເສດ​ໃນ​ບັນ​ດາ​ຂ​ົງ​ເຂດ ເຊັ່ນ: ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານກ່ຽວ​ກັບ ອາດ​ສະ​ຍາ​ກຳ​ທີ່​ກ່ຽວ​ຂ້ອງ​ເຖິງ​ສອງ​ປະ​ເທດ, ສົບ​ທົບ​ກັນ​ກວດ​ກາຢັ້ງ​ຢືນ, ສືບ​ສວນ​ສ​ອບ​ສວນ, ​ມ້າງ​ບັນ​ດາ​ຄະ​ດີ​ຢາ​ເສບ​ຕິດ​​ລາຍໃຫຍ່, ​ຕາມ​ລ່າບັນ​ດາ​ເປົ້າ​ໝາຍ​​​ຫຼົ​ບ​ໜີ​ທີ່​ເປັນອັນ​ຕະ​ລາຍ. ​ທ່ານ ພົນ​ຕີ ຟາມ​ວັນ​ວິງ ຫົວ​ໜ້າ​ກົມ​ໃຫຍ່​ຕຳຫຼວດ-ກະ​ຊວງ​ຕຳຫຼວດ, ໃຫ້​ຮູ້​ວ່າ:

        "ຫວຽດ​ນາມ-ລາວ, ສົບ​ທົບ​ກັນ​ເພື່ອ​ຊອກ​ມາດ​ຕະ​ການ​ແກ້​ໄຂ​ ຢ່າງມີ​ປະ​ສິດ​ທິຜົນ​ທີ່​ສຸດ ດ້ວຍ​ກົນ​ໄກ​ຮ່ວ​ມ​ມື​ຕໍ່​ສູ້ຢ່າງ​ມີ​ແບບ​ແຜນ,ຕ້ອງ​ມີວ​ຄາມ ເຂົ້າ​ໃຈ, ຄົບ​ລົບ​ເຊິ່ງ​ກັນ ແລະ ກັນ. ​ສ​ອງ​ຝ່າຍ​​ຕ້ອງຮ່ວມ​ມື​ຕໍ່​ສູ້ ​​ຢ່າງມີ​ປະ​ສິດ​ທິຜົນ​ ເພື່ອ​ຍູ້ອາດ​ສະ​ຍາ​ກຳ​ທຸກ​ປະ​ເພດໃຫ້​ຖອຍ​ໄປ. ພິ​ເສດ​ແມ່ນ​ອາດ​ສະ​ຍາ​ກຳ​ທີ່​ມີ​ການ​ຈັດ​ຕັ້ງ, ເຄື່ອນ​ໄຫວ​ຂ້າມ​ຊາດ, ອາດ​ສະ​ຍາ​ກຳ​ຄ້າ​ມະ​ນຸດ, ອາ​ດ​ສະ​ຍາ​ກຳ​​ຢາເສບ​ຕິດ ເພື່ອ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​​ປອດ​ໄພ​ໃຫ້​ທັງ​ສອງ​ປະ​ເທດ."

ຂ່າວ/ບົດ​ອື່ນ