ຫວຽດນາມສືບຕໍ່ເສີມຂະຫຍາຍບົດບາດຕັ້ງໜ້າ,ເປັນເຈົ້າການຢູ່ອົງການUNESCO

ຫວຽດນາມສືບຕໍ່ເສີມຂະຫຍາຍບົດບາດຕັ້ງໜ້າ,ເປັນເຈົ້າການຢູ່ອົງການUNESCO - ảnh 1
ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2015 ​ແລະ ກຳນົດທິດ​ທາງ​ປີ 2016
(ພາບ: vietnamnet.vn)

(vovworld) - ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຕັ້ງໜ້າ, ​ເປັນ​ເຈົ້າ​ການຢູ່ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ UNESCO, ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ມີຈຸດ​ສຸມ​ໃນ​ປີ 2016 ​ໂດຍ​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ ວາງອອກ​ທີ່​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2015 ​ແລະ ກຳນົດທິດ​ທາງ​ປີ 2016 ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/01 ຢູ່​ຮ່າ​ໂນ້ຍ. ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຖື​ວ່າ: ​ໃນ​ປີ 2016, ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ ຄວນ​ຍູ້​ແຮງ​ການປະຕິບັດ​ມະຕິ​ຂອງ​ກົມ​ການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ທີ 11 ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ​ໃນ​ນັ້ນ ສືບ​ຕໍ່​ເພີ່ມ​ທະວີ​ບົດ​ບາດ​ຂອງ ຫວຽດນາມ ຢູ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ ​ໂດຍ​ຜ່ານ​ການດຳລົງ​ຕຳ​ແໜ່ງບົດບາດໜ້າທີ່​ຢູ່​ບັນດາ​ອົງການສຳນັກງານ​ຂອງ UNESCO, ພິ​ເສດ​ແມ່ນ​ສະພາ​ບໍລິຫານ ​ແລະ ຄະນະ​ກຳມະການ​ມໍລະດົກ​ໂລກ. ພ້ອມ​ກັນ​ນັ້ນ, ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ ກໍ່​ຄວນ​ເຂົ້າ​ຮ່ວມ​ຕັ້ງໜ້າ ​ເປັນ​ເຈົ້າ​ການ​ຢູ່​ບັນດາ​ອົງການ​ສຳນັກງານວິຊາ​ສະ​ເພາະ ​ແລະ ສົນທິສັນຍາສຳຄັນຈຳນວນໜຶ່ງ​ຂອງ​ອົງການ​ UNESCO; ພ້ອມ​ທັງ​ເພີ່ມ​ທະວີ​ຮັບ​ເອົາ​ແນວ​ຄວາມ​ຄິດ, ຂໍ້​ລິ​ເລີ່ມຂອງ UNESCO ​ເພື່ອ​ຮັບ​ໃຊ້​ພາ​ລະ​ກິດ​ສ້າງສາ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ການ​ປະຕິ​ຮູບ ​ແລະ ການປ່ຽນ​ໃໝ່​ການ​ສຶກສາ ​ແລະ ກໍ່​ສ້າງ ຫວຽດນາມ ​ໃນທ່າ​ອ່ຽງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໂດຍພື້ນຖານ ​ແລະ ຮອບດ້ານ.

ຂ່າວ/ບົດ​ອື່ນ