ຫວຽດ​ນາມ​ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ອາ​ກ​ຊັງ​ຕິນ

(VOVWORLD) - ທີ່ການຕ້ອນຮັບ, ທ່ານປະທານາທິບໍດີ Alberto Fernandez ສະແດງຄວາມເຊື່ອໝັ້ນວ່າ ໃນຖານະຕຳແໜ່ງຂອງຕົນ, ທ່ານ ເອກອັກຄະລັດຖະທູດ ຈະມີບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນອັນດີງາມລະຫວ່າງ ອາກຊັງຕິນ ແລະ ຫວຽດນາມ.
ຫວຽດ​ນາມ​ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ອາ​ກ​ຊັງ​ຕິນ - ảnh 1ທ່ານ ເຢືອງກ໊ວກແທັງ ເອກອັກຄະລັດຖະທູດ ຫວຽດນາມ ແລະ ທ່ານປະທານາທິບໍດີ Alberto Fernandez (ພາບ: TTXVN)

ວັນທີ 2 ມີນາ, ຢູ່ທຳນຽບປະທານາທິບໍດີ Casa Rosada ຢູ່ນະຄອນຫຼວງ Buenos Aires, ທ່ານ ເຢືອງກ໊ວກແທັງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ.ຫວຽດນາມ ປະຈຳ ອາກຊັງຕິນ ໄດ້ຍື່ນສານຕາຕັ້ງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຂຶ້ນເຖິງທ່ານປະນາທິບໍດີ ອາກຊັງຕິນ Alberto Fernandez

        ທີ່ການຕ້ອນຮັບ, ທ່ານປະທານາທິບໍດີ Alberto Fernandez ສະແດງຄວາມເຊື່ອໝັ້ນວ່າ ໃນຖານະຕຳແໜ່ງຂອງຕົນ, ທ່ານ ເອກອັກຄະລັດຖະທູດ ຈະມີບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນອັນດີງາມລະຫວ່າງ ອາກຊັງຕິນ ແລະ ຫວຽດນາມ. ທ່ານຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດຂອງ ຫວຽດນາມ ໃນຊຸມປີຜ່ານມາ ແລະ ຖືວ່າ ບັນດາຜົນສຳເລັດຂອງ ຫວຽດນາມໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນປີຜ່ານມາ ແມ່ນຈຸດພົ້ນເດັ່ນ ແລະ ບົດຮຽນທີ່ດີສຳລັບຫຼາຍປະເທດໃນໂລກ. ທ່ານ ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ອາກຊັງຕິນ ຢູ່ພາກພື້ນ ອາຊີ  - ປາຊີຟິກ ແລະ ເຊື່ອໝັ້ນວ່າ ການພົວພັນຢ່າງຮອບດ້ານລະຫວ່າງ ສອງປະເທດຈະພັດທະນາຫຼາຍກ່ວາອີກໃນອະນາຄົດ.

        ໂດຍສະແດງຄວາມເປັນກຽດເມື່ອໄດ້ຮັບໜ້າທີ່ສຳຄັນແມ່ນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ, ທ່ານ ເອກອັກຄະລັດຖະທູດ ເຢືອງກວ໊ກແທັງ ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ ສອງປະເທດໃນບັນດາຂົງເຂດຄື ການເມືອງ, ເສດຖະກິດ ວັດທະນະທຳ ແລະ ວິທະຍາສາດເຕັກໂນໂລຢີ, ພັດທະນານັບມື້ນັບເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ, ຕອບສະໜອງໄດ້ຄວາມລໍຄອຍຂອງລັດຖະບານ ແລະ ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ