(vovworld) - ພິທີໄຂວັນມິດຕະພາບສາກົນປີ 2015 ດ້ວຍຫົວຂໍ້ວ່າ “ຫວຽດນາມ ເຊື່ອມໂຍງ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 12/12, ຢູ່ນະຄອນໂຮ່ຈິມິນ, ຢ່າງເປັນທາງການ. ລາຍການເພື່ອແນໃສ່ສ້າງເງື່ອນໄຂໃຫ້ອະດີດນັັກຮຽນ, ພະນັກງານທີ່ເຄີຍຮໍ່າຮຽນ ແລະ ເຮັດວຽກຢູ່ບັນດາປະເທດໃນໂລກ ແລະ ນັກສຶກສາປະເທດຕ່າງໆພວມຮ່ຳຮຽນຢູ່ນະຄອນ ພົບປະແລກປ່ຽນ, ເຊື່ອມຕໍ່ວັດທະນະທຳ, ການສຶກສາ… ຂອງປະເທດຕ່າງໆ, ຜ່່ານນັ້ນເພີ່ມທະວີການພົວພັນສາມັກຄີ, ມິດຕະພາບລະຫວ່າງບັນດາເປົ້າໝາຍທີ່ເຂົ້າຮ່ວມ. ຜ່ານເຫດການ, ທາງນະຄອນປາດຖະໜາຢາກເຕົ້າໂຮມຖັນແຖວນັກປັນຍາຊົນ, ບັນດາອະດີດນັກສຶກສາລຸ້ນຕ່າງໆທີ່ເຄີຍຮ່ຳຮຽນຢູ່ຕ່າງປະເທດເພື່ອພ້ອມກັນປະກອບຄວາມຮູ້, ບົດຮຽນ, ພູມປັນຍາ ແລະ ຂໍ້ລິເລີ່ມໃຫ້ວິວັດການເຊື່ອມໂຍງຂອງນະຄອນ. ທ່ານ ເລກວກຮືງ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ.
“ພວກຂ້າພະເຈົ້າປາດຖະໜາວ່າ ປະຊາຊົນນະຄອນໂຮ່ຈິມິນ ຈະມີເຫດການວັດທະນະທຳຕື່ມອີກໃນໂອກາດທ້າຍປີ 2015. ຄຽງຂ້າງນັ້ນ, ສິ່ງທີ່ພວກຂ້າພະເຈົ້າປາດຖະໜານັ້ນແມ່ນ ທຸກຄົນຈະສືບຕໍ່ສະໜັບສະໜູນ ແລະ ເຂົ້າຮ່ວມວຽກງານການຕ່າງປະເທດປະຊາຊົນຂອງນະຄອນໂດຍກົງ. ເຮັດແນວໃດເພື່ອໃຫ້ພວກເຮົາເຊື່ອມໂຍງຢ່າງເລິກເຊິ່ງກວ່າ ແລະ ເພື່ອນມິດສາກົນມີຄວາມເຂົ້າໃຈຫວຽດນາມ ກວ່າ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ.”