ຫວຽດນາມ-ອີນເດຍປຶກສາຫາລືວຽກງານຊຸກຍູ້ການຮ່ວມມືດ້ານການຄ້າການລົງທຶນ
ຄະນະຜູ້ແທນ ຫວຽດນາມ ທີ່ກອງປະຊຸມ
(ພາບ: vietnam+)
(Vovworld) - ໃນວັນທີ 15 ມີນາ, ກອງປະຊຸມຄັ້ງທີ 3 ອານຸກຳມາການການຄ້າປະສົມ ຫວຽດນາມ-ອີນເດຍ ໄຂຂື້ນ ຢູ່ ສຳນັກງານກະຊວງການຄ້າ ແລະ ອຸດສາຫະກຳອີນເດຍ. ກ່າວບົດປາໄສໄຂກອງປະຊຸມ, ທ່ານ Rita Teaotia ລັດຖະມົນຕີຊ່ວຍວ່າການກະຊວງການຄ້າ ແລະ ອຸດສາຫະກຳອີນເດຍ ຍົກໃຫ້ເຫັນສາຍພົວພັນອັນດີງາມ ລະຫວ່າງ ຫວຽດນາມ ແລະ ອີນເດຍ, ພິເສດ ແມ່ນເວລາຫວຽດນາມ ຮັກສາບົດບາດເປັນປະເທດ ປະສານງານຂອງ ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ASEAN) ແລະ ອີນເດຍ ໃນໄລຍະ 2015-2018. ທ່ານ Teaotia ໃຫ້ຮູ້ວ່າ: ຫວຽດນາມແມ່ນຄູ່ຮ່ວມມືການຄ້າ ອັນດັບທີ 28 ຂອງອີນເດຍ, ພ້ອມກັນນັ້ນກໍ່ໄດ້ສະແດງຄວາມເຊື່ອໝັ້ນວ່າ ການພົວພັນດ້ານການຄ້າ ລະຫວ່າງ ສອງປະເທດ ຈະພັດທະນາຢ່າງເຂັ້ມແຂງ ແລະ ວ່ອງໄວໃນໄລຍະຈະມາເຖິງ.
ສ່ວນທ່ານ ໂດ໋ທັງຮ໋າຍ ລັດຖະມົນຕີວ່າຊ່ວຍການກະຊວງການຄ້າຫວຽດນາມ ຍົກໃຫ້ເຫັນບາງຂໍ້ສະເໜີ ເພື່ອແນໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ ລະຫ່ວາງ ສອງປະເທດໃຫ້ຫຼາຍກ່ວາເກົ່າ ຄືສອງຝ່າຍຕ້ອງຮ່ວມມື ເພີ່ມທະວີປະສິດທິຜົນ ລະບົບລາຄາພາກພື້ນ, ຕ້ອງມີບັນດາມາດຕະການຊ່ວຍໜູນ ວິສາຫະກິດ ໃນຂົງເຂດການຄ້າ ແລະ ການລົງທຶນ. ທ່ານລັດຖະມົນຕີຊ່ວຍວ່າການ ຖືວ່າ: ອີນເດຍ ສາມາດຊັ່ງຊາເປີດສ້າງພັກສີນຄ້າ ຢູ່ຫວຽດນາມ ເພື່ອຊ່ວຍຫຼຸດລາຍຈ່າຍ ແລະ ເພີ່ມລັກສະນະແກ່ງແຍ້ງຜະລິດຕະພັນ ອີນເດຍ ຢູ່ ທ້ອງຕະຫຼາດຫວຽດນາມ, ຫວັງວ່າອີນເດຍ ຈະຮ່ວມມືຢ່າງຕັ້ງໜ້າ ແລະ ແໜ້ນແຟ້ນ ກັບ ASEAN ເພື່ນເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ພາກພື້ນ (RCEP) ໂດຍໄວ.