ຫວຽດນາມຮຽກຮ້ອງAIPAເພີ່ມທະວີການໜູນຊ່ວຍສ້າງຕັ້ງປະຊາຄົມອາຊຽນ

ຫວຽດນາມຮຽກຮ້ອງAIPAເພີ່ມທະວີການໜູນຊ່ວຍສ້າງຕັ້ງປະຊາຄົມອາຊຽນ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຮີນ​ງອກ​ເຊີນ
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸ​ມ
(ພາບ: Vietnam+)


(vovworld) – ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸ​ມຄົບ​ຄະນະ​ຄັ້ງ​ທີ 1, ສະມັດ​ຊາລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ ຄັ້ງ​ທີ 36 (AIPA 36), ​ເຊິ່ງດຳ​ເນີນ​ໄປ​​ໃນ​ວັນ​ທີ 08/09, ຢູ່​ນະຄອນຫຼວງ ກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊຍ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຮີນ​ງອກ​ເຊີນ ຖື​ວ່າ: ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ສຳລັບ​ບັນດາ​ນັກ​ສ້າງ​ກົດໝາຍ​ໃນ​ຈຸດ​ເວລາ​ນີ້ ​ແມ່ນ​ສຸມ​ໃສ່​ສ້າງ​ບັນດາ​ກອບ​ກົດໝາຍ​ໃຫ້​ສົມບູບ​ແບບໃນວິວັດ​ການ​ເຊື່ອມ​ຕໍ່​ພາກ​ພື້ນ​​ໃຫ້ແໜ້​ນແຟ້ນກວ່າ, ໜູນ​ຊ່ວຍ​ບັນດາ​ປະ​ເທ​ດອາ​ຊຽນ ພ້ອມ​ກັບ​ການປະຕິບັດ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ ທີ່​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ວັດ​ຖະນາ​ຖາວອນ​ໃຫ້​ບັນ​ລຸ​ປະສິດທິ​ຜົນ. ​ເຕື້ອງ​ເຖິງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຂອງ​ພາກ​ພື້ນ ຕໍ່ໜ້າ​ບັນດາ​ສິ່ງ​ທ້າ​ທາຍ​ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ​ຄື ລັດ​ທິກໍ່​ການ​ຮ້າຍ ​ເຊິ່ງຫວ່າງ​ແລ້ວ​ນີ້​ແມ່ນ​ເຫດ​ວາງ​ລະ​ເບີດ​ຢູ່​ນະຄອນຫຼວງ​ບາງ​ກອກ, ປະ​ເທດ​​ໄທ, ບັນຫາ​ຊາວ​ອົບ​ພະຍົບ, ສະພາບ​ການ​ເຄັ່ງຕຶງຢູ່​ທະ​ເລ​ຕາ​ເວັນ​ອອກ… ທ່ານ​ ຮີນ​ງອກ​ເຊີນ ຖື​ວ່າ, ດ້ວຍ​ຈິດ​ໃຈ​ສາມັກ​ຄີ, ຮ່ວມ​ມື, ​ເຫັນ​ດີ​ເຫັນ​ພ້ອມ, ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ ປະຊາ​ຄົມ​ອາ​ຊຽນ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ກຳລັງ​ແຮງ, ມານະ​ພະຍາຍາມ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຍັງ​​ເຫຼືອ​​ໃຫ້​ສຳ​ເລັດ. ຫວຽດນາມ ​ເ​ຫັນ​ດີກັບ​ຫົວ​ຂໍ້ “​ເຊື່ອມ​ຈອດ​ປະຊາຊົນ​ອາ​ຊຽນ ​ເພື່ອ​ປະຊາຊົນ, ຖື​ປະຊາຊົນ​ເປັນ​ໃຈກາງ ມຸ້ງ​ໄປ​ເຖິງ​ການ​ຮອບດ້ານ” ​ແລະ ​ເນື້ອ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງ AIPA 36 ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ