ຫວຽດນາມຮຽກຮ້ອງໃຫ້ມີການເຈລະຈາ,ໄກ່ເກ່ຍເພື່ອແນໃສ່ຮັບປະກັນຄວາມປອດໄພແລະສິດທິມະນຸດຢູ່Burundi

ຫວຽດນາມຮຽກຮ້ອງໃຫ້ມີການເຈລະຈາ,ໄກ່ເກ່ຍເພື່ອແນໃສ່ຮັບປະກັນຄວາມປອດໄພແລະສິດທິມະນຸດຢູ່Burundi - ảnh 1
(ພາບອິນເຕີແນັດ)

(Vovworld)- ​ວັນ​ທີ 17/12 ຢູ່​ສຳ​ນັກ​ງານ​ສະຫະ​ປະຊາ​ຊາດ ​ທີ່ເຊີ​ແນວ ປະ​ເທດ​ສະ​ວິດ, ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ໄດ້ດຳ​ເນີນວາລະ​ປະຊຸມ​ພິ​ເສດ​ ກ່ຽວ​ກັບ “ສະພາບ​ສິດທິ​ມະນຸດ​ນັບ​ມື້​ນັບ​ຮ້າຍ​ແຮງ​ຢູ່ Burundi ” ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ເກືອ​ບ 40 ປະ​ເທດ​ສະມາຊິກ​ ​ແລະ ນັກ​ຕິດຕາມ​ກວດກາ​ ສະພາ​ສິດທິ​ມະນຸດ​. ທີ່​ວາລະ​ປະຊຸມ, ຜູ້ຕາງໜ້າ​ຄະນະ​ຫວຽດນາມ​ຢູ່​ເຊີ​ແນວ ​ເນັ້ນ​ໜັກ​ວ່າ: ​ໂດຍເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ, ຫວຽດນາມ​ໄດ້​ຕິດຕາມ​ຢ່າງ​ໃກ້​ສິດ ​ແລະ ​ແບ່ງປັນ​ຄວາມ​ວິຕົກ​ກັງວົນ​ ຢ່າງ​ເລິກ​ເຊິ່ງ ຂອງປະຊາ​ຄົມ​ສາກົນ ​ກ່ຽວ​ກັບ​ສະພາບ​ການໃຊ້​ຄວາມ​ຮຸນ​ແຮງຢູ່ Burundi, ກ່າວ​ປະນາມ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ການລະ​ເມີດ​ສິດທິ​ມະນຸດ​ສຳລັບ​ສາມັນ​ຊົນ, ​ເປັນ​ຕົ້ນ​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ. ຫວຽດນາມ​ສະໜັບສະໜູນ​ປະຊາ​ຄົມ​ສາກົນ, ພິ​ເສດ​ແມ່ນ​ສະຫະ​ປະຊາ​ຊາດ ​ແລະ ສະຫະພາບ​ອາ​ຟິຼກກາ (AU) ມີ​ການ​ໜູນ​ຊ່ວຍ​ທີ່​ຈຳ​ເປັນ, ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຢູ່ Burundi, ​ເພື່ອ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ມີ​ການ​ເຈລະຈາ​​ ເພື່ອຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ​ ໂດຍ​ໄວ.

 

 

ຂ່າວ/ບົດ​ອື່ນ