ຫວຽດນາມເຂົ້າຮ່ວມກອງ ປະຊຸມສຳມະນາການ ສຶກສາຢູ່ສິງກະໂປ


ຫວຽດນາມເຂົ້າຮ່ວມກອງ ປະຊຸມສຳມະນາການ ສຶກສາຢູ່ສິງກະໂປ - ảnh 1

(ພາບປະກອບ: TTXVN)

 (vovworld)-  ນັກ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ການ​ສຶກສາ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ກ່ວາ 500 ທ່ານ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ “​ເສັ້ນທາງ​ໃໝ່​ໄປ​ເຖິງ​ພູມ​ປັນຍາ​ຢູ່ອາຊີ​ປະຈຸ​ບັນ“ ​ໃນ​ຂອບ​ເຂດ​ງານ​ວາງສະ​ແດງ​ການ​ສຶກສາ​ອາຊີ​ປີ 2013 ຊື່​ງດຳ​ເນີນ​ໄປ​ແຕ່​​ວັນ​ທີ 20-22/11 ຢູ່​ສິງ​ກະ​ໂປ. ດ້ວຍ​ທັດສະນະ​ລວມທີ່​ວ່າ: ການ​ສຶກສາ​ແມ່ນ​ປັດໄຈ​ສຳຄັນ​ທີ່​ສຸດກະທົບ​ເຖິງ​ການ​ພັດທະນາ​ສັງຄົມ ​ແລະ ​ເສດຖະກິດ​ຢູ່​ທຸກ​ປະ​ເທດ, ບັນດາ​ນັກ​ປະຖະກະຖາ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ການ​ປ່ຽນ​ແປງ ​ແລະ ສິ່ງ​ທ້າ​ທາຍ​ຊື່​ງຂະ​ແໜງ​ການ​ສຶກສາ​ຕ້ອງຮັບ​ມື​ໃນ​ສັດຕະວັດ​ທີ 21 ກໍ່​ຄື​ບັນດາ​ທ່າ​ອ່ຽງ ​ແລະ ຕົວ​ຈິງ​ການ​ສຶກສາ​ຫຼ້າ​ສຸດ. ຮອງ​ສາດສະດາຈານ, ດຣ ຫງວຽນ​ຊວນ​ແທ່ງ, ຮອງ​ຫົວໜ້າ​ກົມ​ສຶກສາມັດ​ທະ​ຍົມ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ສຳ​ມະ​ນາ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ສຳລັບ​ບັນດາ​ນັກ​ຄຸ້ມ​ຄອງ, ຄູ​ອາຈານ​ຫວຽດນາມ. ຕາມ​ທ່ານ​ແລ້ວ, ທີ່ກອງ​ປະຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ປະຖະກະຖາ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ເນື້ອ​ໃນ​ຕີ​ລາຄາ​ການ​ຮ່ຳຮຽນ, ຕີ​ລາຄາ​ວິວັດ​ການ​ຊື່​ງຫວຽດນາມ ​ພວມ​ຄົ້ນຄ້ວາ ​ແລະ ນຳ​ໃຊ້​ຢ່າງ​ເລິກ​ເຊິ່ງ. ຄຽງ​ຄູ່​ກັນນັ້ນ, ກອງ​ປະຊຸມ​ສຳ​ມະ​ນາຍັງ​ເຕື້ອງ​ເຖິງ​ບັດ​ນາ​ແນວ​ຄວາມ​ຄິດ​ທັນ​ສະ​ໄໝ​ຄື: ສົມທົບລະຫວ່າງ​ເນື້ອ​ໃນ​ສິດສອນ ​ແລະ ພາສາ​ຊື່​ງຫ​ວຽດນາມ​ສາມາດ​ຊັ່ງຊາ​ເພື່ອ​ນຳ​ໃຊ້​ໃນ​ການ​ປະຕິ​ຮູບ​ການ​ສຶກສາ​ໃນ​ອະນາຄົດ.

 

ຂ່າວ/ບົດ​ອື່ນ