ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ອົງ​ການ​ ​ທ່ອງ​ທ່ຽວ​ແຫ່ງ​ຊາດ ອາ​ຊຽນ

(VOVWORLD) -ກອງປະຊຸມ, ທ່ານຮອງຫົວໜ້າກົມໃຫຍ່ ຮ່າວັນຊຽວ ຢັ້ງຢືນວ່າ ຫວຽດນາມ ຈະຈັດຕັ້ງກອງປະຊຸມສຳມະນາລະດັບພາກພື້ນ ກ່ຽວກັບການທ່ອງທ່ຽວງານບຸນ ໃນທ້າຍປີ 2023.
ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ອົງ​ການ​ ​ທ່ອງ​ທ່ຽວ​ແຫ່ງ​ຊາດ ອາ​ຊຽນ - ảnh 1ພາບປະກອບ: TTXVN

ວັນທີ 2 ກຸມພາ, ຢູ່ເຂດບໍລິຫານພິເສດ Yogyakarta, ອິນໂດເນເຊຍ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວຫວຽດນາມ ຮ່າວັນຊຽວ ນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມອົງການການທ່ອງທ່ຽວ ແຫ່ງຊາດ (NTO) ອາຊຽນ ຄັ້ງທີ 57 - ເຊິ່ງແມ່ນກອງປະຊຸມຄັ້ງທຳອິດໃນຂອບເຂດເວທີປາໄສການທ່ອງທ່ຽວ ອາຊຽນ (ATF) 2023. ກອງປະຊຸມໄດ້ສຸມໃສ່ພິຈາລະນາບົດລາຍງານຂອງ 4 ຄະນະກຳມະການຮ່ວມມືການທ່ອງທ່ຽວ ອາຊຽນ, ພ້ອມທັງພິຈາລະນາ, ຮັບຮອງເອົາ ແລະ ສ້າງເອກະສານບາງສະບັບໃຫ້ສົມບູນແບບ, ລວມມີ: ຮ່າງມາດຖານ ແລະ ຊຸດເຄື່ອງມືໃຫ້ແກ່ອາຊີບ MICE ສະບັບສຸດທ້າຍ, ຮ່າງມາດຖານ ແລະ ຊຸດເຄື່ອງມືໃຫ້ແກ່ອາຊີບຈັດຕັ້ງເຫດການສະບັບສຸດທ້າຍ, ຮ່າງກົດລະບຽບ ອັບເດດ ການບໍລິການໂຮງແຮມ ແລະ ການທ່ອງທ່ຽວສະບັບສຸດທ້າຍ. ຢູ່ກອງປະຊຸມ, ທ່ານຮອງຫົວໜ້າກົມໃຫຍ່ ຮ່າວັນຊຽວ ຢັ້ງຢືນວ່າ ຫວຽດນາມ ຈະຈັດຕັ້ງກອງປະຊຸມສຳມະນາລະດັບພາກພື້ນ ກ່ຽວກັບການທ່ອງທ່ຽວງານບຸນ ໃນທ້າຍປີ 2023, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຊົມເຊີຍບັນດາຂໍ້ສະເໜີຂອງປະເທດສະມາຊິກ ອາຊຽນ ເພື່ອແນໃສ່ຊອກຮູ້, ແບ່ງປັນ, ຄົ້ນຫາຄວາມສາມາດບົ່ມຊ້ອນໃນການຮ່ວມມືໃຫ້ຫຼາຍກ່ວາອີກໃນຂົງເຂດການທ່ອງທ່ຽວງານບຸນ.

ຕອບກັບ

ຂ່າວ/ບົດ​ອື່ນ