ຫວຽດນາມເຂົ້າຮ່ວມເວທີປາໄສປ້ອງກັນຊາດອາເມລິກາ-ອາຊຽນຢູ່Hawaii

ຫວຽດນາມເຂົ້າຮ່ວມເວທີປາໄສປ້ອງກັນຊາດອາເມລິກາ-ອາຊຽນຢູ່Hawaii - ảnh 1
ທ່ານ ​ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ
photo:internet


(vovworld)- ທ່ານ ​ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ປ້ອງ​ກັນຊາ​ດລະຫວ່າງ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ຊື່​ງດຳ​ເນີນ​ໄປ​ຢູ່ Honolulu, Hawaii ​ແຕ່​ວັນ​ທີ 1-3/4. ຕາມ​ແຈ້ງ​ການ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ແລ້ວ, ​ເວທີ​ປາ​ໄສ​ປ້ອງ​ກັນຊາ​ດ ອ​າ​ເມ​ລິ​ກາ - ອາ​ຊຽນ ​ແມ່ນ​ໂອກາດ​ເພື​ອ່​ໃຫ້​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ແລະ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຂອງ 10 ປະ​ເທດ ອາ​ຊຽນ ພ້ອມ​ກັນ​ແລກປ່ຽນ ​ແລະ ​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ອະນາຄົດ​ທີ່​ປອດ​ໄພ, ຂະຫຍັນ​ຂັນ​ເຄື່ອນ ​ແລະ ສັນຕິພາບ​​ໃຫ້​ແກ່​ພາກ​ພື້ນ ອາຊີ - ປາຊີ​ຟີ​ກ​ເວົ້າ​ລວມ ​ແລະ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເວົ້າ​ສະ​ເພາະ.

 

 

 

ຂ່າວ/ບົດ​ອື່ນ